ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຮ່າທິຄ໋ຽດຢ້ຽມຢາມ,ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍແຂວງຮ່າຢາງ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຮ່າທິຄ໋ຽດຢ້ຽມຢາມ,ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍແຂວງຮ່າຢາງ - ảnh 1
ທ່ານ​ນາງ​ຮ່າ​ທິຄ໋ຽດ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ
ພ້ອມກັບການນຳແຂວງ ຮ່າຢາງ ມອບຂອງຂວັນໃຫ້ 5 ຄອບຄົວ
ນະໂຍບາຍຢູ່ຕາແສງ ລິງໂຮ່, ເມືອງ ວິຊວຽນ
(ພາບ:Minh Tâm/TTXVN)


(vovworld) –  ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະ​ຫຼອງ​ວັນ​ທະຫານ​ເສຍ​ອົງຄະ-ທະຫານ​ເສຍ​ສະຫຼະຊີວິດ​ເພື່ອ​ຊາດ (27/7), ​ໃນ​ລະຫວ່າງ​ວັນ​ທີ 6-7/7, ທ່ານ​ນາງ​ຮ່າ​ທິຄ໋ຽດ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ​ຢູ່​ແຂວງ ຮ່າ​ຢາງ. ​ເມື່ອ​ມາ​ຢ້ຽມຢາມ 5 ຄອບຄົວ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ຕາ​ແສງ​ລິງ​ໂຮ່ (​ເມືອງ​ ວິ​ຊວຽນ, ​ແຂວງ ຮ່າ​ຢາງ) ​ແລະ ​ແມ່​ຫວຽດນາມ​ວິລະ​ຊົນ ຟຸ່ງທິລ່ຽນ ຢູ່​ບ້ານ​ ນ່າຢ່ຽມ, ຕາ​ແສງ ລິງ​ໂຮ່, ທ່ານ​ນາງ​ຮ່າ​ທິຄ໋ຽດ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ບັນດາ​ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​ປະ​ກອບ​ສ່ວນ​ໃຫ້​ພາລະກິດ​ປົດ​ປ່ອຍປະ​ເທດ​ຊາດ;ລະດົມ
ກຳລັງ​ໃຈ​ບັນດາ​ຄອບຄົວ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ​ເປັນ​ແບບຢ່າງ​ໃຫ້​ລຸ້ນໜຸ່ມ​ປະຕິບັດ​ຕາມ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ທ່ານ​ນາງ​ຮ່າ​ທິຄ໋ຽດ ກໍ​ລົງ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ 5 ຄອບ​ຄົວ​ທີ່​ຖືກ​ເສຍ​ຫາຍ​ໃນ​ເຫດ​ໄຟ​ໄໝ້​ເກີດ​ຂຶ້ນຢູ່​ບ້ານ ​ແມ່​ເທື້ອງ, ຕາ​ແສງ ​ເຟືອງ​ທ້ຽນ (ນະຄອນ ຮ່າ​ຢາງ) ​ໃນ​ວັນ​ທີ 22/6 ຫວ່າງ​ແລ້ວ​ນີ້.

ຂ່າວ/ບົດ​ອື່ນ