ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍເຮັດວຽກກັບສູນກາງສະມາຄົມຜູ້ອາຍຸສູງຫວຽດນາມ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍເຮັດວຽກກັບສູນກາງສະມາຄົມຜູ້ອາຍຸສູງຫວຽດນາມ - ảnh 1
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍ
ເຮັດວຽກກັບສູນກາງສະມາຄົມຜູ້ອາຍຸສູງຫວຽດນາມ
(ພາບ: HM)

(vovworld) - ຕອນ​ບ່າຍ​ວັນ​ທີ 02/06 ຢູ່​ຮ່າ​ໂນ້ຍ. ທີ່​ການ​ເຮັດ​ວຽກ​ກັບ​ສູນ​ກາງ​ສະມາຄົມ​ຜູ້​ອາຍຸ​ສູງ ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ອາຍຸ​ສູງ​ໃນ​ທົ່ວ​ປະ​ເທດ, ທ່ານ​ນາງ ​ເຈືອງ​ທິມາຍ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ຢືນຢັນ​ວ່າ: ​ເຖິງ​ວ່າ​ຢູ່​ໃນ​ສະພາບ​ການ​ໃດ, ຜູ້​ອາຍຸ​ສູງ​ກໍ່ສ​ະ​ແດງ​ບົດບາດ​ສຳຄັນ​ຂອງ​ຕົນ​ ​ໃນວິວັດ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດເປັນ​ຢ່າງ​ດີ, ຢູ່ບັນດາ​​ກອງ​ປະຊຸມ ຫຼື ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຜູ້​ອາຍຸ​ສູງ​ຍາມ​ໃດ​ກໍ່​ມີ​ຄຳ​ເຫັນປະກອບ​ຢ່າງຫົວຄິດ​ປະ​ດິດສ້າງ​, ມີລັກສະນະ​​ສ້າງສັນ, ພິ​ເສດ​ແມ່ນ​ມີ​ບົດບາດ​ສຳຄັນ​ໃນ​ຂົງ​ເຂດການ​ສຶກສາ​ເມື່ອ​ຜູ້​ອາຍຸ​ສູງ​ຍາມ​ໃດ​ກໍ່​​ເປັນ​ແບບຢ່າງ​ໃຫ້ລູດຫຼານ ປະຕິບັດ​ຕາມ. ​ເມື່ອ​ຕອບ​ຄຳ​ສະ​ເໜີ​ຂອງ​ສູນ​ກາງ​ສະມາຄົມ​ຜູ້​ອາຍຸ​ສູງ​ກ່ຽວ​ກັບ​ເລື່ອງສ້າງ​ຕັ້ງ​ສະມາຄົມ​ຢູ່​ຂັ້ນ​ແຂວງ ​ແລະ ​ເມືອງ, ທ່ານ​ນາງຫົວ​ໜ້​າຄະນະ​ຂົວ​ຂວາ​ຍປະຊາຊົນ​ສູນ​ກາງ ​ເຈືອງທິມາຍ ຍ້ອງຍໍ​ນ້ຳ​ໃຈ​ຮັບຜິດຊອບ ​ແລ​ະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ຜູ້​ອາຍຸ​ສູງ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາງ ​ເຈືອງ​ທິມາຍ ສະ​ເໜີ​ສະມາຄົມ​ຜູ້​ມີ​ອາຍຸ​ສູງ ຫວຽດນາມ ມີ​ບົດລາຍ​ງານ​ລະອຽດ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງບັນດາ​ອົງການ​ສະມາຄົມ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ທົດ​ລອງ​ຢູ່ 13 ​ແຂວງ, ນະຄອນ; ບົນ​ພື້ນຖານ​ນັ້ນ, ວາງ​ອອກ​ທິດ​ທາງ, ​ແຜນການ​​ເຄື່ອນ​ໄຫວ​ລະອຽດ, ​ເປັນພື້ນຖານ ​ເພື່ອ​ຍື່ນສະ​ເໜີ​ຕໍ່​ການ​ນຳ​ພັກ, ລັດ​ພິຈາລະນາ ​ແລະ ຕັດສິນ.

ຂ່າວ/ບົດ​ອື່ນ