ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຮັດວຽກກັບສູນກາງສະພາກາແດງຫວຽດນາມ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຮັດວຽກກັບສູນກາງສະພາກາແດງຫວຽດນາມ - ảnh 1
(ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ
ເຮັດວຽກກັບສູນກາງສະພາກາແດງຫວຽດນາມ)

(vovworld)- ທີ່​ການ​ເຮັດ​ວຽກ ໃນຕອນ​ເຊົ້າ​ວັນ​ທີ 25/5, ຢູ່​ຮ່າ​ໂນ້ຍ ທ່ານ​ ນາງ ເຈືອງ​ທິ​ມາຍ ເລ​ຂາ​ສູນ​ກາງ​​ພັກ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​​ປະ​ຊາ​ຊົນສູນ​ກາງ, ສະ​ເໜ​ີ​ ສູນ​ກາງສະ​ພາ​ກາ​ແດງ​ຫວຽດ​ນາມ ຜັນ​ຂະ​ຫຍາຍ ກໍ່​ສ້າງ​ບັນ​ດາ​ສູນ ເພື່ອ​ຊອກ​ຫາ​ຂໍ້​ມູນ​ຂ່າວ​ສານ ກ່ຽວ​ກັບ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ ​ຕໍ່ການ​ປະ​ຕິ​ວັດ​ ທີ່​ພວມ​ຕ້ອງ​ການຄວາມ​ຊ່ວຍ​ເຫຼືອ, ສືບ​ຕໍ່​ຜັນ​ຂະ​ຫຍາຍ ຢ່າງມ​ີ​ປະ​ສິດ​ທິ​ຜົນ ບັ​ນ​ດາ​ການ​ເຄື່ອ​ນ​ໄຫວ​ບໍ​ລິ​ຈາກ​ເລືອດ, ​ບໍ​ລິ​ຈາກ​ອະ​ໄວ​ຍະ​ວະ​ມະ​ນຸດ​ສະ​ທຳ. ສູນ​ກາງສະ​ພາ​ກາ​ແດງ​ຫວຽດ​ນາມ ຄວນ​ເປັນ​ເຈົ້າ​ການ ກູ້​ຊ່ວຍ​ຢ່າງ​ທັນ​ການ, ຖືກ​ເປົ້າ​ໝາຍ ໃນ​ເວ​ລາ​ທີ່​ເກີດ​ໄພ​ພິ​ບັດ​ທຳ​ມະ​ຊາດ; ຄົ້ນ​ຄ້​ວາ​ເປີດກວ້າງ​ ການ​ເຂົ້າ​ຮ່ວມ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ສັງ​ຄົມ, ນະ​ໂຍ​ບາຍ​ປະ​ກັນ​ສຸ​ຂະ​ພາບ, ປະ​ກັນ​ການ​ວ່າງ​ງານ, ເງິ​ນ​ບຳ​ນານ​ຂອງ​ພໍ່​ແມ່ຊາວ​ກະ​ສິ​ກອນ.

 


ຂ່າວ/ບົດ​ອື່ນ