ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

(VOVWORLD) -ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາງ ສີໄສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ທ່ານນາງ ເຈືອງທິມາຍຫົວໜ້າຄະນະ ຈັດຕັ້ງ ສູນກາງພັກກອມມູນິດຫວຽດນາມ ໄດ້ນຳໜ໊າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມ. ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 30 ພຶດສະພາ ຫາ 1 ມິຖຸນາ 2022.
ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ - ảnh 1ທ່ານນາງ ເຈືອງທິມາຍຢ້ຽມຢາມ ສະຖານທູດຫວຽດນາມ ປະຈຳລາວ

     ຕອນບ່າຍວັນທີ 31 ພຶດສະພານີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແລະ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ໃຫ້ການຕ້ອນຮັບຄະນະ.

     ທີ່ການພົບປະ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງທິມາຍໄດ້ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ມີຄວາມໝາຍປະຫວັດສາດ ພາຍຫຼັງກ່ວາ 35 ປີແຫ່ງການປ່ຽນແປງໃໝ່ ແລະ ບັນດາໝາກຜົນສຳຄັນພາຍຫຼັງກ່ວາ 1 ປີແຫ່ງການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ. ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ແລະ ຢືນຢັນ ຫວຽດນາມ ຍາມໃດກໍສະໜັບສະໜູນກິດຈະການປ່ຽນແປງໃຫມ່ຂອງລາວຢ່າງຮອບດ້ານ. ທ່ານນາງ ເຈືອງທິມາຍ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ຊຶ່ງໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ ໃນຫຼາຍຂົງເຂດໃນຊຸມປີຜ່ານມາ, ພ້ອມທັງຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຫວຽດນາມ ໃນການຕໍ່ສູ້, ຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບເມື່ອກ່ອນນີ້ ກໍຄື ໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ.

     ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະຫນູນຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ ແລະ ທັນການ ຊຶ່ງຫວຽດນາມ ໄດ້ສະຫງວນໃຫ້ລາວນັບແຕ່ກ່ອນມາຮອດປະຈຸບັນ. ການນຳລາວ ຢືນຢັນຈະເຮັດຈົນສຸດຄວາມສາມາດພ້ອມກັບຫວຽດນາມ ເພື່ອປົກປັກຮັກສາ, ເສີມສ້າງ ແລະ ສືບທອດໃຫ້ຄົນລຸ້ນຫຼັງກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ; ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງລັດ, ຍົກສູງປະສິດທິຜົນການຮ່ວມມື, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ການຈັດຕັ້ງການເຄື່ອນໄຫວເປັນຢ່າງດີໃນປີສາມັກຄີມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.

   ແລະກໍ່ໃນວັນດຽວກັນ, ທ່ານນາງ ເຈືອງທິມາຍ ໄດ້ມີການພົບປະເຈລະຈາກັບ ທ່ານນາງ ສີໄສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ; ວາງພວງມາລາທີ່ອະນຸສາວະລີນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ອານຸສາວະລີນັກຮົບນິລະນາມ ແລະ ອານຸສາວະລີ ປະທານ ໄກສອນ ພົມວິຫານ ທີ່ນະຄອນຫຼວງວຽງຈັນ; ຢ້ຽມຢາມ ສະຖານທູດຫວຽດນາມ ປະຈຳລາວ

ຕອບກັບ

ຂ່າວ/ບົດ​ອື່ນ