ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ຕ້ອນຮັບການນໍາບັນດາກຸ່ມບໍລິສັດ Facebook, Apple, Coca Cola

(VOVWORLD) -ຕອນບ່າຍວັນທີ 13 ກັນຍາ, ຢູ່ສໍານັກງານສູນກາງພັກ, ທ່ານ ຫງວຽນວັນບິງ ກໍາມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າການນໍາບໍລິຫານ ແລະ ຮັບຜິດຊອບນະໂຍບາຍສາທາລະນະ ລະດັບພາກພື້ນ ຂອງບັນດາວິສາຫະກິດ Facebook, Apple, Coca Cola 

ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ຕ້ອນຮັບການນໍາບັນດາກຸ່ມບໍລິສັດ Facebook, Apple, Coca Cola  - ảnh 1 ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ຕ້ອນຮັບທ່ານ Simon Milner ຮອງປະທານຮັບຜິດຊອບ ນະໂຍບາຍສາທາລະນະ ພາກພື້ນ ອາຊີ - ປາຊີຟິກ ຂອງ Facebook

(ພາບ: Phuong Hoa/TTXVN)

ເນື່ອງໃນໂອກາດບັນດາວິສາຫະກິດດັ່ງກ່າວ ມາຢ້ຽມຢາມຫວຽດນາມ ເຂົ້າຮ່ວມເວທີປາໄສເສດຖະກິດໂລກ ກ່ຽວກັບອາຊຽນ. ທີ່ການຕ້ອນຮັບ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ໄດ້ເນັ້ນໜັກເຖິງບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງການປະຕິວັດອຸດສາຫະກໍາ 4.0 ນໍາມາໃຫ້, ພິເສດແມ່ນບັນດາພື້ນຖານເສດຖະກິດພວມພັດທະນາ ຄືຫວຽດນາມ; ທ່ານຖືວ່າ ບັນດາວິສາຫະກິດຂອງ ເອເມລິກາ ມີຄວາມສາມາດບົ່ມຊ້ອນ, ມີກາລະໂອກາດ ທີ່ໃຫຍ່ຫຼວງ ເພື່ອຮ່ວມມືກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດດີຈີຕອນ, ການເຊື່ອມຕໍ່ດີຈີຕອນ, ໜູນຊ່ວຍຫວຽດນາມກໍ່ສ້າງ ລັດຖະບານເອເລັກໂຕນິກ. ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິງ ຕີລາຄາສູງຕໍ່ການເຄື່ອນໄຫວ ແລະ ການກໍານົດທິດລົງທຶນຂອງບັນດາວິສາຫະກິດດັ່ງກ່າວ ທີ່ຕະຫຼາດຫວຽດນາມ; ພ້ອມທັງຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ຫວຽດນາມ  ແມ່ນສ້າງທຸກເງື່ອນໄຂສະດວກ ແລະ ສະພາບແວດລ້ອມແຫ່ງການລົງທຶນໃຫ້ບັນດານັກລົງທຶນພັດທະນາແບບຍືນຍົງ, ຍາວນານຢູ່ຫວຽດນາມ ແລະ ພ້ອມແລ້ວທີ່ຈະຮັບຟັງ ການແບ່ງປັນ, ການປະກອບຄໍາຄິດເຫັນ, ຂໍ້ສະເໜີແນະຈາກບັນດາວິສາຫະກິດ.

        ຜູ້ຕາງໜ້າບັນດາກຸ່ມບໍລິສັດ ກໍໄດ້ຕີລາຄາສູງ ຄວາມມານະພະຍາຍາມຂອງຫວຽດນາມ ກ່ຽວກັບການປະຕິຮູບການບໍລິຫານ,ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ; ສະແດງຄວາມຕັດສິນ ເປີດກວ້າງການລົງທຶນ,  ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ