ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມພົບປະກັບທ່ານເລຂາຄະນະພັກນະຄອນ ຊຽງໄຮ

(VOVWORLD) -ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ, ຕອນບ່າຍວັນທີ 18 ເມສາ, ທ່ານ ຫງວຽນວັນບີງ ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງພັກ, ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມນະຄອນ ຊຽງໄຮ້ ແລະ ມີການພົບປະກັບທ່ານ ຫຼີຊຽງ ເລຂາຄະນະພັກນະຄອນ ຊຽງໄຮ້
ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມພົບປະກັບທ່ານເລຂາຄະນະພັກນະຄອນ ຊຽງໄຮ - ảnh 1ທ່ານ ຫງວຽນວັນບີງ ມີການພົບປະກັບທ່ານ ຫຼີຊຽງ ເລຂາຄະນະພັກນະຄອນ ຊຽງໄຮ້ 

ທີ່ການພົບປະ, ທ່ານເລຂາຄະນະພັກນະຄອນ ຊຽງໄຮ້ ຫຼີຊຽງ ໄດ້ແນະນຳກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ພິເສດ ແມ່ນບັນດາບົດຮຽນປະຕິຮູບເປີດປະຕູຂອງນະຄອນ ແລະ ກ່ຽວກັບການພົວພັນຮ່ວມມືລະຫວ່າງ ຊຽງໄຮ້ ກັບ ຫວຽດນາມ ໃນໄລຍະຜ່ານມາ.

        ສ່ວນທ່ານ ຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບີງ ສະເໜີວ່າ ນະຄອນ ຊຽງໄຮ້ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ, ຍົກສູງປະສິດທິຜົນແຫ່ງການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ, ການທ່ອງທ່ຽວ, ວັດທະນະທຳ, ເປີດກ້ວາງການພົວພັນແລກປ່ຽນປະຊາຊົນ; ແລະ ສະແດງໃຫ້ເຫັນຄວາມຊົມເຊີຍບັນດາວິສາຫະກິດໃຫຍ່, ມີອິດທິພົນຊື່ສຽງຂອງ ຊຽງໄຮ້ ໄປຍັງ ຫວຽດນາມ ລົງທຶນເຂົ້າບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ນຳໃຊ້ເຕັກໂນໂລຢີສູງ, ເໝາະສົມກັບຄວາມຕ້ອງການພັດທະນາແບບຍືນຍົງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ