ຫົວໜ້າອົງການກວດກາ ຮີນຟອງແຈງ ພົບປະ ເຈລະຈາກັບທ່ານນາຍົກລັດຖະມົນຕີ ອີຢິບ

ຫົວໜ້າອົງການກວດກາ ຮີນຟອງແຈງ ພົບປະ ເຈລະຈາກັບທ່ານນາຍົກລັດຖະມົນຕີ ອີຢິບ - ảnh 1
(ທ່ານ​ຫົວໜ້າ​ອົງການກວດກາລັດຖະບານ ຮີນ​ຟອງ​ແຈງ ​
​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ອີ​ຢິບ)


​(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອີ​ຢິບ, ​ໃນ​ລະຫວ່າງ​ວັນ​ທີ 17 – 22/04, ຕາມ​ຄຳ​ເຊີນ​ຂອງ​ອົງການ​ຕິດຕາມ​ກວດກາ​ບໍລິຫານ​ອີ​ຢິບ (ACA), ວັນ​ທີ 18/04, ທ່ານ​ຫົວໜ້າ​ອົງການກວດກາລັດຖະບານ​ຫວຽດນາມ ຮີນ​ຟອງ​ແຈງ ​ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ອີ​ຢິບ Ibrahim Mahleb. ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ​ນາຍົກລັດຖະມົນຕີ Ibrahim Mahleb ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ຕິດຕາມ​ກວດກາ​ບໍລິຫານ​ຂອງ​ອີ​ຢິບ ​ແລະ ອົງການ​ກວດກາ​ລັດຖະບານ​ຫວຽດນາມ, ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ Ibrahim Mahleb ກໍ່​ສະ​ເໜີ​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ​ກວ່າ​ອີກ.

        ສ່ວນ​ທ່ານຫົວໜ້າ​ອົງການກວດກາລັດຖະບານ​ຫວຽດນາມ ຮີນ​ຟອງ​ແຈງ ສະ​ແດງ​ຄວາມ​ປາດ​ຖະໜາ​ ຢາກ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ຄື: ​ແບ່ງປັນ​ບົດ​ຮຽນ, ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ຂໍ້​ມູນ​ຂ່າວ​ນລະຫວ່າງ 2 ອົງການ​ຂອງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດຄຸມ​ຄ້ອງບໍລິຫານພາກ​ລັດ ​ແລະ ປ້ອງ​ກັນ​ຕ້ານ​ສໍ້​ຫຼາດ​ບັງ​ຫຼວງ.

        ກ່ອນ​ໜ້າ​ນັ້ນ, ທ່ານຫົວໜ້າ​ອົງການກວດກາລັດຖະບານ​ຫວຽດນາມ ຮີນ​ຟອງ​ແຈງ ​ແລະ ທ່ານ​ປະທານ​ອົງການ​ຕິດຕາມ​ກວດກາ​ບໍລິຫານ​ອີ​ຢິບ ​ Mohamed Al Din ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ໄລຍະ 2015 – 2020.

ຂ່າວ/ບົດ​ອື່ນ