ຫ້ອງ​ວ່າການ​ລັດ​ຖະ​ບານ​ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ວິ​ທີ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ອົງຄະນະພັກຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ໄຂວາລະທີ 2 ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການລັດຖະບານຄັ້ງທີ XXVI, ອາຍຸການ 2020 - 2025 ຂຶ້ນ ໂດຍມີການເຂົ້າຮ່ວມ ແລະ ຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

ຫ້ອງ​ວ່າການ​ລັດ​ຖະ​ບານ​ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ວິ​ທີ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການລັດຖະບານຄັ້ງທີ XXVI, ອາຍຸການ 2020 - 2025

(ພາບ: VGP) 

ທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ເນັ້ນໜັກເຖິງບັນດາໜ້າທີ່ທີ່ໄດ້ວາງອອກໃຫ້ແກ່ຫ້ອງວ່າການລັດຖະບານໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

        ກ່ອນອື່ນໝົດ, ໃນສະພາບການໂລກລະບາດ Covid 19 ພວມມີການຜັນແປຢ່າງສັບສົນນັ້ນ, ຕ້ອງສຸມໃສ່ເປັນເສນາທິການ, ຊຸກຍູ້ການຜັນຂະຫຍາຍບັນດາວິທີການທີ່ໄດ້ວາງອອກຢ່າງມີປະສິດທິຜົນເພື່ອແນໃສ່ປະຕິບັດໃຫ້ສຳເລັດ “ເປົ້າໝາຍຄວບຄູ່”, ທັງຮັບມື, ປ້ອງກັນ, ສະກັດກັ້ນ, ຄວບຄຸມໂລກລະບາດ Covid  - 19 ຢ່າງມີປະສິດທິຜົນ, ຜ້ອມທັງຟື້ນຟູເສດຖະກິດ, ກຳນົດ ແລະ ຍາດແຍ່ງ ດີບັນດາກາລະໂອກາດໃຫ້ເປັນຢ່າງເພື່ອພັດທະນາປະເທດຊາດ.

        ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຫ້ອງວ່າການລັດຖະບານປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງກ່ຽວກັບວຽກງານຖະແຫຼງຂ່າວ ແລະ ສື່ສານຕາມທິດເປັນມືອາຊີບ, ຫຼາຍຮູບແບບ, ຮັບໃຊ້ວຽກງານຊີ້ນຳ, ນຳພາບໍລິຫານຂອງ ລັດຖະບານ ແລະ ນາຍົກລັດຖະມົນຕີ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ