ຫ້ອງວ່າການສະພາແຫ່ງຊາດສືບຕໍ່ປັດປຸງ, ປ່ຽນແປງໃໝ່, ຍົກສູງຄຸນນະພາບໃນວຽກງານເປັນເສນາທິການ, ຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 5 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມພະນັກງານ, ລັດຖະກອນ ແລະ ສະຫຼຸບວຽກງານໃນປີ 2020, ຜັນຂະຫຍາຍໜ້າທີ່ ປີ 2021.
ຫ້ອງວ່າການສະພາແຫ່ງຊາດສືບຕໍ່ປັດປຸງ, ປ່ຽນແປງໃໝ່, ຍົກສູງຄຸນນະພາບໃນວຽກງານເປັນເສນາທິການ, ຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດ - ảnh 1ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ: ໃນປີຜ່ານມາ, ຫ້ອງວ່າການສະພາແຫ່ງຊາດໄດ້ມີຄວາມກ້າວໜ້າຢ່າງກະໂດດຂັ້ນໃນການປະຕິບັດໜ້າທີ່, ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບຕໍ່ວຽກງານ ແລະ ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງໃນລະດັບສູງສຸດເພື່ອຄົ້ນຄ້ວາ, ນຳສະເໜີ, ເປັນເສນາທິການກ່ຽວກັບຫຼາຍເນື້ອໃນທີ່ສຳຄັນ.  ທ່ານນາງ ຫງວຽນທິກິມເງິນໃຫ້ຮູ້ວ່າ:

ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາໃຫ້ເປັນຢ່າງດີ ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ ມີຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບວັນ ເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດ, ເຊີດຊູ ແລະ ຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງຂອງສະພາແຫ່ງຊາດ ຫວຽດນາມ ຕໍ່ພາລະກິດປະຕິວັດຂອງປະເທດຊາດ. ສົມທົບກັນເປັນເສນາທິການ, ຮັບໃຊ້ສະພາເລືອກຕັ້ງແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ເພື່ອກະກຽມຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ໃຫ້ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ