ຫຼາກຫຼາຍສີ​ສັນ​ພົ້ນ​ເດັ່ນທາງ​ດ້ານ​ວັດ​ນະ​ທະ​ນຳ​ບັນ​ດາ​ເຜົ່າ ຫວຽດ​ນາມ

(VOVWORLD) - ວັນທີ 19 ເມສາ ແມ່ນວັນບຸນວັດທະນະທຳບັນດາເຜົ່າ ຫວຽດນາມ. ໃນທົ່ວປະເທດ, ມີຫຼາຍການເຄື່ອນໄຫວໄດ້ຮັບການຈັດຂຶ້ນເພື່ອຕ້ອນຮັບວັນນີ້.

ຫຼາກຫຼາຍສີ​ສັນ​ພົ້ນ​ເດັ່ນທາງ​ດ້ານ​ວັດ​ນະ​ທະ​ນຳ​ບັນ​ດາ​ເຜົ່າ ຫວຽດ​ນາມ - ảnh 1ວັນບຸນວັດທະນະທຳບັນດາເຜົ່າ ຫວຽດນາມ (ພາບ: VOV)

ຢູ່ “ຊາຍຄາລວມ” ຂອງ 54 ຊົນເຜົ່າໃນໝູ່ບ້ານວັດທະນະທຳ - ທ່ອງທ່ຽວຂອງບັນດາເຜົ່າ ຫວຽດນາມ (ຢູ່ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ) ພວມດຳເນີນຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນເພື່ອແນໃສ່ສ້າງເຂດພົວປະແລກປ່ຽນ, ໂຄສະນາ, ແຜ່ກະຈາຍບັນດາຈຸດດີງາມຂອງບັນດາເຜົ່າໄປຍັງປະຊາຊົນ ແລະ ແຂກທ່ອງທ່ຽວ…ເລື່ອງລາວກ່ຽວກັບສີສັນວັດທະນະທຳຂອງບັນດາເຜົ່າກໍ່ຖືກເລົ່າຜ່ານບັນດາວັດຖຸພັນຄື: ເຄື່ອງດົນຕີ, ເຄື່ອງໃຊ້ໄມ້ສອຍ, ອຸປະກອນການຜະລິດ… ທີ່ໄດ້ນຳມາວາງສະແດງຢູ່ງານວາງສະແດງ “ຊຸດສະສົມວັດຖຸພັນກ່ຽວກັບວັດທະນະທຳຂອງບັນດາເຜົ່າ” ຖືກຈັດຂຶ້ນເປັນຄັ້ງທຳອິດ. ເອື້ອຍຮ່າທິແຊມ, ຊາວເຜົ່າຜູ້ໄທ ມາຈາກແຂວງແທັງຮວາ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້ານຳບັນດາເຄື່ອງມືນຳໃຊ້ໃນຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນເຜົ່າຜູ້ໄທຢູ່ຕາແສງ ອຽນທັ້ງ ມາວາງສະແດງທີ່ງານວາງສະແດງຄັ້ງນີ້. ພ້ອມກັນນັ້ນ ແມ່ນອາຫານການກິນ, ການປຸ່ງແຕ່ງບັນດາເຍື່ອງອາຫານທີ່ມີຊື່ສຽງຂອງທ້ອງຖິ່ນ. ພວກຂ້າພະເຈົ້າກໍ່ສະແດງວັນບຸນ ຈ່າມຸນຂອງພໍ່ແມ່ປະຊາຊົນເຜົ່າຜູ້ໄທ ຢູ່ຕາແສງອຽນທັ້ງ ເພື່ອພາວະນາຂໍໃຫ້ມີຄວາມຢູ່ເຢັນເປັນສຸກ, ການຜະລິດຂອງພໍ່ແມ່ປະຊາຊົນເຜົ່າຜູ້ໄທໄດ້ຮັບຜົນດີ.

ຕອບກັບ

ຂ່າວ/ບົດ​ອື່ນ