ຫາງສຽງ ຈີນ ຕັ້ງຄວາມຫວັງກ່ຽວກັບການພົວພັນ ຫວຽດ - ຈີນ

(VOVWORLD) - ເລື່ອງການນຳ ຈີນ ຢ້ຽມຢາມ ຫວຽດນາມ ແມ່ນມີຄວາມໝາຍໃນການປັບປຸງ ແລະ ການພັດທະນາການພົວພັນລະຫວ່າງສອງປະເທດ. ນີ້ແມ່ນບໍ່ພຽງແຕ່ແມ່ນການເຄື່ອນໄຫວທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ມີຄວາມເອົາໃຈໃສ່ທີ່ສຸດເທົ່ານັ້ນ, ຫາກຍັງແມ່ນເຫດການການທູດຂະໜາດໃຫຍ່ ໃນການຮ່ວມມືພາກພື້ນ,
ຫາງສຽງ ຈີນ ຕັ້ງຄວາມຫວັງກ່ຽວກັບການພົວພັນ ຫວຽດ - ຈີນ - ảnh 1ທ່ານ ຊ່ຽວໜິງໜິງ, ຜູ້ອຳນວຍການບໍລິຫານສະພາດຳເນີນທຸລະກິດ ຈີນ - ອາຊຽນ, ປະທານຄະນະກຳມະການ ຮ່ວມມື ອຸດສາຫະກຳ ໃນຂອບເຂດສັນຍາ RCEP

ເນື່ອງໃນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານ ເລຂາທິການ, ປະທານປະເທດ ຈີນ ສີຈີ້ນຜິງ, ບັນດານັກຊ່ຽວຊານ ແລະ ວິສາຫະກິດ ຈີນ ຫວັງວ່າການຢ້ຽມຢາມຈະຊຸກຍູ້ການຮ່ວມມືເລິກເຊິ່ງ, ກ້ວາງຂວາງລະຫວ່າງສອງປະເທດ ຫວຽດນາມ - ຈີນ ກ່ວາອີກ.

        ທ່ານ ຊ່ຽວໜິງໜິງ, ຜູ້ອຳນວຍການບໍລິຫານສະພາດຳເນີນທຸລະກິດ ຈີນ - ອາຊຽນ, ປະທານຄະນະກຳມະການ ຮ່ວມມື ອຸດສາຫະກຳ ໃນຂອບເຂດສັນຍາ RCEP, ຖືວ່າ: ຫວຽດນາມ ໄດ້ເສີມຂະຫຍາຍບັນດາທ່າໄດ້ປຽບກ່ຽວກັບພູມສາດ, ພື້ນຖານເສດຖະກິດທີ່ມີລັກສະນະເພີ່ມເຕີມສູງ ແລະ ມີການພົວພັນພິເສດ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ໃນການຮ່ວມມືກັບ ຈີນຢ່າງມີປະສິດທິຜົນ. ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແມ່ນໂອກາດທີ່ດີເພື່ອແລກປ່ຽນກ່ຽວກັບບັນຫານີ້:

        “ເລື່ອງການນຳ ຈີນ ຢ້ຽມຢາມ ຫວຽດນາມ ແມ່ນມີຄວາມໝາຍໃນການປັບປຸງ ແລະ ການພັດທະນາການພົວພັນລະຫວ່າງສອງປະເທດ. ນີ້ແມ່ນບໍ່ພຽງແຕ່ແມ່ນການເຄື່ອນໄຫວທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ມີຄວາມເອົາໃຈໃສ່ທີ່ສຸດເທົ່ານັ້ນ, ຫາກຍັງແມ່ນເຫດການການທູດຂະໜາດໃຫຍ່ ໃນການຮ່ວມມືພາກພື້ນ, ຍິ່ງໄປກ່ວານັ້ນແມ່ນການພົວພັນສາກົນ. ພວກຂ້າພະເຈົ້າຫວັງວ່າ, ສອງຝ່າຍຈະເຮັດໃຫ້ຄວາມເຫັນດີເຫັນພ້ອມລະຫວ່າງການນຳສອງປະເທດໃນບັນດາບັນຫາຍຸດທະສາດ, ສັງລວມ ແລະ ເປັນພື້ນຖານຢ່າງເລິກເຊິ່ງກ່ວາອີກ”.

        ສ່ວນທ່ານນາງ ລິວຢຸນຕຽນ, ປະທານສະພາບໍລິຫານບໍລິສັດເຕັກໂນໂລຊີ Yun Tian Liangpin ປັກກິ່ງ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າຫວັງວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານປະເທດ ສີຈີ້ນຜິງ ຈະຊຸກຍູ້ການເຄື່ອນໄຫວພະລາທິການດ້ານການຄ້າສອງຝ່າຍ ເຊິ່ງພວກຂ້າພະເຈົ້າພວມປະຕິບັດໃຫ້ສະດວກກ່ວາ, ຊ່ວຍພວກຂ້າພະເຈົ້າມີກຳລັງໜູນຕື່ມອີກເພື່ອເຮັດໃຫ້ການພົວພັນສາກົນລະຫວ່າງສອງຝ່າຍດີກ່ວາ, ມີການເຊື່ອມຕໍ່ຫຼາຍກ່ວາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ”

ຕອບກັບ

ຂ່າວ/ບົດ​ອື່ນ