ຫາງສຽງ ຍີ່ປຸ່ນ ຕີລາຄາສູງໝາກຜົນການໄປປະຕິບັດງານຢູ່ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

(VOVWORLD) - ໃນຈຳນວນບັນດາປະເທດ ອາຊຽນ, ດ້ວຍຄວາມສາມາດບົ່ມຊ້ອນ, ການເຕີບໂຕ ແລະ ແຫຼ່ງຊັບພະຍາກອນຢ່າງໃຫຍ່ຫຼວງ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນ ເຊິ່ງມີວິສາຫະກິດຫຼາຍແຫ່ງເລືອກເອົາເພື່ອຮ່ວມມື.
ຫາງສຽງ ຍີ່ປຸ່ນ ຕີລາຄາສູງໝາກຜົນການໄປປະຕິບັດງານຢູ່ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານຢູ່ ຍີ່ປຸ່ນ
(ພາບ: VGP)

          ການໄປປະຕິບັດງານ ຢູ່ ຍີ່ປຸ່ນ (ແຕ່ວັນທີ 15-18 ທັນວາ) ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນບັນດາການເຄື່ອນໄຫວ 2 ຝ່າຍໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກຫາງສຽງ ຍີ່ປຸ່ນ.

        ທ່ານນາງ Sastuki Katayama, ສະມາຊິກສະພາສູງພັກປະຊາທິປະໄຕເສລີ (LDP) ກຳນອຳນາດ, ໄດ້ຕີລາຄາສູງສານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ຍີ່ປຸ່ນ ຈະພ້ອມກັນຮ່ວມມືສ້າງສັນອານາຄົດ. ທ່ານນາງຖືວ່າ, ໃນຈຳນວນບັນດາປະເທດ ອາຊຽນ, ດ້ວຍຄວາມສາມາດບົ່ມຊ້ອນ, ການເຕີບໂຕ ແລະ ແຫຼ່ງຊັບພະຍາກອນຢ່າງໃຫຍ່ຫຼວງ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນ ເຊິ່ງມີວິສາຫະກິດຫຼາຍແຫ່ງເລືອກເອົາເພື່ອຮ່ວມມື.

        ໃນຂະນະນັ້ນ, ທ່ານ Honna Hitoshi, ປະທານ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Erex, ໄດ້ສະແດງຄວາມປະທັບໃຈຕໍ່ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການພັດທະນາບັນດາການເຄື່ອນໄຫວດ້ານເສດຖະກິດ ຕິດພັນກັບຍຸດທະສາດການເຕີບໂຕສີຂຽວ ແລະ ບຳບັດກາກບອນ. ທ່ານໃຫ້ຮູ້ວ່າ, Erex ປາດຖະໜາຢາກກໍ່ສ້າງ 18 ໂຮງງານໄຟຟ້າຊີວິນວນຢູ່ 16 ທ້ອງຖິ່ນຂອງ ຫວຽດນາມ.

          ສ່ວນທ່ານ Yasuhiro Nojima, ປະທານສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ຕີລາຄາກຳລັງແຮງດ້ານເສດຖະກິດຂອງ ຫວຽດນາມ ທີ່ນັບມື້ນັບໃຫຍ່ຫຼວງ. ຕາມທ່ານແລ້ວ, ໃນປະຈຸບັນ, ຖ້າຫາກພິຈາລະນາກ່ຽວກັບກຳລັງແຮງ, ຄວາມສາມາດບົ່ມຊ້ອນຂອງປະຊາຊົນ ຄາດວ່າ ຫວຽດນາມ ແມ່ນປະເທດດີທີ່ສຸດໃນຈຳນວນບັນດາປະເທດ ອາຊຽນ.

        ວົງການນັກຮຽນຮູ້ ຍີ່ປຸ່ນ ກໍ່ຕີລາຄາສູງໝາກຜົນການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ທ່ານສາດສະດາຈານ Tomotaka Shoji, ຫົວໜ້າຄະນະຄົ້ນຄວ້າພາກພື້ນ ສັງເກດສະຖາບັນຄົ້ນຄວ້າການປ້ອງກັນປະເທດ (NIDS) ຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ພວມປະຕິບັດຢ່າງສະດວກ ແລະ ໃນອາຊຽນ, ຍາມໃດ ຍີ່ປຸ່ນ ກໍ່ໃຫ້ບຸລິມະສິດຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ, ຄື: ເສດຖະກິດ, ຄວາມໝັ້ນຄົງຢູ່ພາກພື້ນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ