ຫາງສຽງ ລັດເຊຍ ສົນໃຈເຖິງ APEC 2017 ຢູ່ ຫວຽດນາມ

(VOVWORLD) - ວັນທີ 29 ກັນຍາ, ສຳນັກຂ່າວສານ MediaMetrics, ເຊິ່ງແມ່ນສຳນັກຂ່າວສານໃຫຍ່ຢູ່ ລັດເຊຍ, ໄດ້ອອກອາກາດລາຍການຂ່າວທາງ ວິທະຍຸທີ່ເປັນເວລາ 1 ຊົ່ວໂມງດ້ວຍຫົວຂໍ້ວ່າ “ເອົາໃຈໃສ່ເຖິງ ຫວຽດນາມ”.

ລາຍການມີຜູ້ຕິດຕາມໃນແວບໄຊ ແລະ ໃນຄື້ນວິທະຍຸຂອງ MediaMetrics ເຖິງ 7.000 ຄົນ, ນີ້ແມ່ນຕົວເລກ ສະຖິຕິໃນລາຍການຂ່າວສາກົນ.

        ໃນລາຍການ, ທ່ານ Grigory Trofimtruk, ປະທານສະພານັກຊ່ຽວຊານຂອງກອງທຶນໜູນຊ່ວຍຄົ້ນຄ້ວາວິທະຍາສາດ “ແນວຄວາມຄິດ ອາຊີ - ເອີລົບ”, ໄດ້ຕອບຫຼາຍຄຳຖາມກ່ຽວກັບບົດບາດຂອງ APEC – 2017, ຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ ໃນປະຈຸບັນບົນເວທີສາກົນ. ຕາມທ່ານ Trofimtruk ແລ້ວ, ສຳລັບຊາວ ລັດເຊຍ ຫຼາຍຄົນ, ຫວຽດນາມ ແມ່ນປະເທດພວມນັບມື້ນັບເປີດກ້ວາງຜົນສະທ້ອນໃນໂລກ ດ້ວຍການພົວພັນທາງການທູດກັບເກືອບ 190 ປະເທດ, ແມ່ນສະມາຊິກຂອງ 650 ອົງການບໍ່ຂຶ້ນກັບລັດຖະບານ. ກ່ຽວກັບເສດຖະກິດ, ຫວຽດນາມ ພວມຮັກສາລະດັບເຕີບໂຕເປັນປົກກະຕິແມ່ນປະມານ 7%, ສິ່ງດັ່ງກ່າວລ້ວນແຕ່ກົງກັນຂ້າມກັບສະພາບການລວມ ຂອງພື້ນຖານເສດຖະກິດທົ່ວໂລກ ແລະ ໄດ້ຮັບຖືວ່າແມ່ນສະຖິຕິເປັນໜ້າປະຫຼາດໃຈ. ກ່ຽວກັບບົດບາດຂອງ APEC – 2017, ທ່ານ Grigory Trofimtruk ເຊື່ອໝັ້ນວ່າ, ຫວຽດນາມ, ດ້ວຍຖານະເປັນປະເທດເຈົ້າພາບ, ຈະຍົກອອກບັນດາຂໍ້ລິເລີ່ມ, ບັນດາມາດຕະການລະອຽດ ເພື່ອພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ APEC ແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ. ຫາງສຽງ ລັດເຊຍ ກໍ່ຫວັງວ່າ ຫວຽດນາມ ແລະ APEC – 2017 ອາດຈະແມ່ນເວທີປາໄສເພື່ອໃຫ້ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ຊອກໄດ້ທັດສະນະລວມໃຫ້ແກ່ສະພາບການພົວພັນ 2 ຝ່າຍພວມເຄັ່ງຕຶງຄືໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ