ຫາງສຽງພາກພື້ນ ແລະ ສາກົນປະຕິກິລິຍາກ່ຽວກັບການປະທະກັນລະຫວ່າງ ອິດສະຣາແອນ ແລະ ຂະບວນການ Hamas

(VOVWORLD) - ຕາມແຜນການແລ້ວ, ວັນທີ 8 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ປະຈຳ ນິວຢອກ, ປະເທດ ອາເມລິກາ, ຈະຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ ອິດສະຣາແອນ ພາຍຫຼັງຂະບວນການ Hamas  ເປີດການບຸກໂຈມຕີແນໃສ່ປະເທດ ຊາວຢິວນີ້.
ຫາງສຽງພາກພື້ນ ແລະ ສາກົນປະຕິກິລິຍາກ່ຽວກັບການປະທະກັນລະຫວ່າງ ອິດສະຣາແອນ ແລະ ຂະບວນການ Hamas - ảnh 1ທະຫານ Hamas ຢູ່ເຂດ ກາຊາ (ພາບ:AFP)

ໃນສະພາບການສູ້ຮົບພວມເກີດຂຶ້ນຢ່າງດຸເດືອດລະຫວ່າງຂະບວນການປະກອບອາວຸດ Hamas ຈາກເຂດ ກາຊາ ແລະ ກອງທັບ ອິດສະຣາແອນ, ວັນທີ 7 ຕຸລາ, ຫຼາຍປະເທດໃນພາກພື້ນ ແລະ ໃນໂລກ ໄດ້ສະແດງປະຕິກິລິຍາທີ່ກົງກັນຂ້າມກັນ.

        ຕາມແຜນການແລ້ວ, ວັນທີ 8 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ປະຈຳ ນິວຢອກ, ປະເທດ ອາເມລິກາ, ຈະຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ ອິດສະຣາແອນ ພາຍຫຼັງຂະບວນການ Hamas  ເປີດການບຸກໂຈມຕີແນໃສ່ປະເທດ ຊາວຢິວນີ້.

          ໃນຖະແຫຼງການຍົກອອກມາໃນວັນທີ 8 ຕຸລາ, ກະຊວງການຕ່າງປະເທດ ຈີນ ຮຽກຮ້ອງທຸກໆ ຝ່າຍທີ່ກ່ຽວຂ້ອງຢູ່ເຂດ ກາຊາ ຈົ່ງຢຸດຍິງໃນທັນທີ, ປົກປ້ອງສາມັນຊົນ ແລະ ສະກັດກັ້ນການປະທະກັນ ປິນຂັ້ນໄດ. ບັກກິ່ງ ກໍ່ຮຽກຮ້ອງຊຸກຍູ້ການສ້າງລັດ ປາແລດສະຕິນ ເອກະລາດ, ພ້ອມທັງກະຕຸກຊຸກຍູ້ ປະຊາຄົມສາກົນເຊື່ອມຕໍ່ການເຈລະຈາສັນຕິພາບລະຫວ່າງ ປາແລດສະຕິນ ແລະ ອິດສະຣາແອນ.

ໃນວັນດຽວກັນ, ວັນທີ 7 ຕຸລາ, ກະຊວງການຕ່າງປະເທດ ອີຢີບ, ກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ ໄດ້ຮຽກຮ້ອງໃຫ້ສອງຝ່າຍລະງັບໃຈຢ່າງສູງສຸດ ແລະ ຫຼີກລ້ຽງການເຮັດໃຫ້ສາມັນຊົນ ປະສົບກັບຄວາມສ່ຽງກ່ວາອີກ. ໃນຖະແຫຼງການສະບັບໜຶ່ງ, ກະຊວງການຕ່າງປະເທດ ກາຕາ ຖືວ່າ: ອິດສະຣາແອນ ແມ່ນຝ່າຍໜຶ່ງດຽວຕ້ອງຮັບຜິດຊອບກ່ຽວກັບສະພາບການປິນຂັ້ນໄດທີ່ພວມເກີດຂຶ້ນ, ຍ້ອນວ່າປະເທດນີ້ສືບຕໍ່ໄດ້ລະເມີດບັນດາສິດຂອງຊາວ ປາແລດສະຕິນ. ໃນຂະນະນັ້ນ, ຕວກກີ ແລະ ລັດເຊຍ ໄດ້ຮຽກຮ້ອງໃຫ້ອິດສະຣາແອນ ແລະ ປາແລດສະຕິນ ຈົ່ງມີການກະທຳຢ່າງສະຫຼາດສ່ອງໄສ ແລະ ມີການລະງັບໃຈ.

ກົງກັນຂ້າມ, ອາເມລິກາ ແລະ ຫຼາຍປະເທດຝ່າຍຕາເວັນຕົກຄື: ອັງກິດ, ຝລັ່ງ, ເຢຍລະມັນ, ແອັດສະປາຍ, ຢູແກຼນ, ໄດ້ສະແດງການສະໜັບສະໜູນຕໍ່ລັດຖະບານ ອິດສະຣາແອນ, ພ້ອມທັງກ່າວ ປະນາມການກະທຳຂອງ Hamas. ໂຄສົກຂອງສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ວໍຊິງຕັນ ໄດ້ກ່າວປະນາມການບຸກໂຈມຕີ ຂອງ Hamas ແນໃສ່ສາມັນຊົນ ອິດສະຣາແອນ ແລະ ເດັດດຽວຍືນຢູ່ກັບຝ່າຍລັດຖະບານ ແລະ ປະຊາຊົນ ອິດສະຣາແອນ. ກະຊວງການຕ່າງປະເທດ ອັງກິດ ແລະ ເຢຍລະມັນ ຢັ້ງຢືນການສະໜັບສະໜູນສິດປ້ອງກັນຕົນເອງຂອງ ອິດສະຣາແອນ ຕາມກົດໝາຍສາກົນ ໃນຂະນະທີ່ຕ້ອງປະເຊີນໜ້າກັບລັດທິກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ