ຫາງ​ສຽງ​ຢູ່ ອາ​ເມ​ລິ​ກາ ຊົ​ມ​ເຊີຍ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ພວມທຳການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແລະ ນີ້ແມ່ນເຫດການປະຫວັດສາດໃນການພົວພັນ ຫວຽດນາມ - ອາເມລິກາ ເມື່ອສອງປະເທດຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ເລື່ອງຍົກລະດັບການພົວພັນກັບ ຫວຽດນາມ ພວມດຶງດູດຄວາມສົນໃຈຈາກສື່ມວນຊົນ ແລະ ຫາງສຽງ ອາເມລິກາ.
ຫາງ​ສຽງ​ຢູ່ ອາ​ເມ​ລິ​ກາ ຊົ​ມ​ເຊີຍ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ - ảnh 1ພິທີຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນໃນຕອນບ່າຍວັນທີ 10 ກັນຍາ (ພາບ: VOV)

ທ່ານອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ຖືວ່າ ເລື່ອງ ຮ່າໂນ້ຍ ແລະ ວໍຊິງຕັນ ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນຂ່າວດີ ສຳລັບບໍ່ພຽງແຕ່ 2 ປະເທດເທົ່ານັ້ນ ຫາກຍັງນັບທັງພາກພື້ນອີກດ້ວຍ. ສິ່ງດັ່ງກ່າວນຳມາເຊິ່ງຜົນປະໂຫຍດເພີ່ມເຕີມໃຫ້ແກ່ທັງສອງປະເທດ, ຈະມີໂຄງການແລກປ່ຽນນັກສຶກສາ ແລະ ຄົນລຸ້ນໜຸ່ມ, ສອງປະເທດຈະມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງກວ່າ, ແລະ ຈະມີກາລະໂອກາດຫຼາຍກວ່າເກົ່າສຳລັບທັງສອງຝ່າຍ.

        ໃນຂະນະນັ້ນ, ຕາມທ່ານ Andrew Wells Dang, ນັກວິຊາການຂັ້ນສູງຂອງສູນອາຊີ ຂຶ້ນກັບສະຖາບັນສັນຕິພາບ ອາເມລິກາ ແລ້ວ, ເລື່ອງ ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນແມ່ນໂອກາດເພື່ອໃຫ້ສອງປະເທດຜູກພັນກັນຫຼາຍຂຶ້ນ:

        “ນີ້ຈະແມ່ນໂອກາດໃຫ້ແກ່ອະນາຄົດ, ແມ່ນໂອກາດເພື່ອໃຫ້ນະໂຍບາຍຂອງ ອາເມລິກາ ແລະ ຫວຽດນາມ ຫຍັບເຂົ້າໃກ້ກັນກວ່າ ແລະ ຫຍັບມໍ່ເຂົ້າກັບອຸດົມການຂອງສອງປະເທດຫຼາຍຂຶ້ນ. ສຳລັບ ອາເມລິກາ, ທ່ານປະທານາທິບໍດີ Joe Biden ເນັ້ນໜັກເຖິງການຮ່ວມມືກັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືໃນໂລກ  ແລະ ປັດຈຸບັນ ມີການພົວພັນຮ່ວມມືກັບ ຫວຽດນາມຕື່ມອີກ. ນີ້ກໍແມ່ນວິທີ ທີ່ ອາເມລິກາເຂົ້າຮ່ວມກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຢ່າງແຮງກວ່າອີກ. ສຳລັບ ອາເມລິກາ, ການຍົກລະດັບການພົວພັນກໍແມ່ນວິທີເພື່ອປ່ຽນແປງຄວາມນຶກຄິດກ່ຽວກັບ ຫວຽດນາມ, ການພົວພັນລະຫວ່າງສອງປະເທດ ຈະໃກ້ຊິດກັນກວ່າ ແລະ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດ ອາເມລິກາ ໃຫ້ບຸລິມະສິດເພື່ອຮ່ວມມືຢູ່ ອາຊີ.”

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ