ຫາງສຽງສາກົນຕີລາຄາສູງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ຫາງສຽງສາກົນຕີລາຄາສູງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
(ພາບ​ປະ​ກອບ: vneconomy)

(vovworld) –​ ​ ​ຕີ​ລາ​ຄາ​ໝາກ​ຜົນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່​ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ສ່ວນ​ຫຼາຍ​ແມ່ນ​ນັກ​ກາ​ນ​ເມືອງ, ນັກ​ຊ່ຽວ​ຊານ​ໄຈ້​ແຍກ, ນັກ​ເຄື່ອນ​ໄຫວ​ສັງ​ຄົມ​ລັດ​ເຊຍ ລ້ວນ​ແຕ່​ສະ​ແດງ​ຄວາມພາກ​ພຸມ​ໃຈ​ເມື່ອ​ເຫັນ​ວ່າ ຍ້ອນກອງ​ປະ​ຊຸມໃຫຍ່​ໄດ້​ຮັບຜົນ​ສຳ​ລັດ​ຢ່າງ​ດີ​ງາ​ມ. ທ່ານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ Andery Klimov, ຮອງ​ປະ​ທານ​ກຳ​ມາ​ທິ​ການ​​ການ​ຕ່າງ​ປະ​ເທດ (ສະ​ພາ​ສູງ) ສະ​ຫະ​ພັນລັດ​ເຊຍ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ພັກ​ລັດ​ເຊຍ ເອ​ກະ​ພາບ​ກຳ​ອຳ​ນາດ, ຢືນ​ຢັນ​ວ່າ: ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈ​ະ​ມີ​ບັນ​ດາ​ການ​ປ່ຽນ​ໃໝ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ເທດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​ສ້າງ​ຕັ້ງ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ​ສັງ​ຄົມ. ນັກ​ປະ​ຫວັດ​​ສາດ, ນັກ​ຫວຽດ​ນາມ ວິ​ທະ​ຍາ Piotr Svetov ໃຫ້​ຂໍ້​ສັງ​ເກດ​ວ່າ “ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ໃຫ​ຍ່​ຫຼວງ​ໃນ​ທົ່ວ​ປະ​ເທດ, ຍ້ອນ​ຫວຽດ​ນາມ​ ແມ່ນ​ປະ​ເທດ​ມີ​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອງ​ໃນ​ໂລກ, ແມ່ນ​ປະ​ເທດ​ມີ​​ພົນ​ລະ​ເມືອງກວ່າ 90 ລ້ານ​ຄົນ ແລະ ສວມ​ບົດ​ບາດ​ທີ່​ໃຫຍ່​ຫຼວງ. ທ່ານ Svetov ເນັ້ນ​ໜັກ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາກ​ານ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ສະ​ຫະ​ພັນ​ລັ​ດ​ເຊ​ຍ”.

      ວັນ​ທີ 28/01, ຜູ້​ຕາງ​ໜ້​າ​ພັກ​ກອມ​ມູ​ນິດ​ອັກ​ຊັງ​ຕິນ ເນັ້ນ​ໜັກ​ວ່າ: ໃນ​ສະ​ພາບ​ໂລກ​ກາ​ພິ​ວັດຄື​ປະ​ຈຸ​ບັນ, ການ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ຫວຽດ​ນາມ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອ​ມ​ມູ​ນິດ, ການ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂ​ວ​າງ​ຂອງ​ປະ​ຊາ​ຊົນ ແລະ ຜູ້ອ​ອກ​ແຮງ​ງານ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ​ຫັນ​ປະ​ເທດ​ເປັນ​ອ​ຸດ​ສາ​ຫະ​ກຳ​ ແລະ ທັນ​ສະ​ໄໝ ແມ່ນ​ບັນ​ດາ​ສິ່ງ​ທີ່​ບັນ​ດາ​ນັກ​ກອມ​ມູ​ນິດ​ອັກ​ຊັງ​ຕິນ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຕິດ​ຕາມ.

      ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ທ່ານ​ນາງ ສູນ​ທອນ ໄຊ​ຍະ​ຈ​ັກ, ຫົວ​ໜ້າ​ຄະ​ນະ​ພົ​ວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເຊື່ອ​ໝັ້ນ​ວ່າ, ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ຢ່າງ​ໝັ້​ນ​ຄົງ ແລະ ພັດ​ທະ​ນາ​ໃນ​ອະ​ນາ​ຄົດ. ໃນ​​ຂະ​ນະ​ນັ້ນ, ປະ​ຊາ​​ຄົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ລາວ ກໍ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່​ນຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ຄຳ​ລອງ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໃຫ​້​ຮູ້​ວ່າໄດ້​ຕິດ​ຕາມ​ການ​ຜັນ​ແປ​ຂອງກອງ​ປະ​ຊຸມ​ໃຫຍ່​ຢ່າງ​ໃກ້​ຊິດ, ເຫັນ​ໄດ້​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ, ຄວາມ​ສາ​ມັ​ກ​ຄີ​ຂອງກອງ​ປະ​ຊຸມ​ໃຫຍ່. ທ່​ານ​ເຊື່ອ​ໝັ້ນ​ວ່າ ຄະ​ນະ​ການນຳ​ໃໝ່​ຈະ​ນ​ຳ​ພາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ