ຫາງສຽງອາເມລິກາສະໜັບສະໜູນການປ່ຽນແປງນະໂຍບາຍກັບກູບາ

ຫາງສຽງອາເມລິກາສະໜັບສະໜູນການປ່ຽນແປງນະໂຍບາຍກັບກູບາ - ảnh 1
ປະຊາຊົນເຊື້ອຊາດ ກູບາ ຢູ່ລັດ Florida
(ພາບ: cafefuerte.com)

(vovworld) – ປະຊາຊົນ ອາ​ເມ​ລິ​ກາ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ສະ​​ແດງ​ຄວາມ​ສະໜັບ​ສະ​ໜູນ​ສຳລັບ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ຂອງ​ປະ​ເທດ​ນີ້​ໃນ​ການ​ພົວພັນ​ກັບ ກູ​ບາ, ພິ​ເສດ​ແມ່ນ​ຢູ່​ລັດ Florida, ບ່ອນ​ທີ່​ມີ​ປະຊາ​ຄົມ​ເຊື້ອ​ຊາດ ກູ​ບາ ພວມ​ດຳ​ເນີນ​ຊີວິດ​ເປັນ​ຈຳນວນ​ຫຼາຍ. ໝາກຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ໄລຍະ​ມໍ່ໆ​ມານີ້​ໂດຍ​ສູນ​ຄົ້ນ​ຄ້ວາ Atlantic Council ປະຕິບັດ ​ແລະ ປະກາດ​ໃນ​ວັນ​ທີ 11/2 ​ໃຫ້​​ເຫັນ​ວ່າ: ພົນລະ​ເມືອງ ອາ​ເມ​ລິ​ຫາ 56% ​ເຫັນ​ດີ​ຕໍ່ຂໍ້​ສະ​ເໜີ​ປ່ຽນ​ແປງ​ນະ​ໂຍບາຍ​ຂອງ Washington ສຳລັບ La Habana. ສະ​ເພະ​ລັດ Florida, ຈຳນວນ​ຜູ້​ສະໜັບສະໜູນ​ເລື່ອງພິຈາລະນາ​ຄືນ​ການ​ພົວພັນ​ທັງ​ໝົດ​ກັບ ກູ​ບາ ​ແລະ ສ້າງການ​ພົວພັນ 2 ຝ່າຍ​ເປັນ​ປົກກະຕິ​​ແມ່ນຂຶ້ນ​ເຖິງ 63%. ຢູ່​ເມືອງ Miami – Dade, ບ່ອນ​ໄດ້​ຮັບ​ຖື​ວ່າ​ແມ່ນ​​ແຫ່ງ​ທີ່​ຕ້ານ​ທຳລາຍ​ທຸກໆ​ຄວາມ​ມານະ​ພະຍາຍາມ​ສ້າງ​ການ​ພົວພັນ​​ເປັນ​ປົກກະຕິກັບ ກູ​ບາ, ການ​ສະໜັບສະໜູນ​​ບັນດາ​ການ​ປ່ຽນ​​ແປງ​ນະ​ໂຍບາຍ​ຂອງ ອາ​ເມ​ລິ​ກາ ​ໄດ້ຂຶ້ນ​ເຖິງ 64%. ​ແລະກໍ່ຕາມ​ໝາກຜົນ​​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ດັ່ງກ່າວ, ປະຊາຊົນ​ອາ​ເມ​ລິ​ກາ 61% ຮຽກຮ້ອງ​​ໃຫ້ລັດຖະບານ​ຍົກ ກູ​ບາ ອອກ​ຈາກ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ສະໜັບສະໜູນ​ລັດທິ​ກໍ່​ການ​ຮ້າຍ, ​ໃນ​ນັ້ນ​ອັດຕາ​ຜູ້​ສະໜັບສະໜູນ​ຢູ່​ລັດ Florida ​ແມ່ນຂຶ້ນ​ເຖິງ 67%.

ຂ່າວ/ບົດ​ອື່ນ