ຫຼາຍ​ກິດ​ຈະ​ກຳ​ໄດ້​ຈັດ​ຂຶ້ນ​ໃນ​ສັບ​ປະ​ດາ NASA ຫວຽດ​ນາມ ຢູ່ ບິ່ງ​ດິ້ງ

(VOVWORLD) -      ສັບປະດາ NASA ຖືກດຳເນີນໃນວັນທີ 8 – 9 ມິຖຸນາ ດ້ວຍກິດຈະກຳຫຼັກໆແມ່ນ: ການໂອ້ລົມກັບນັກບິນ; NASA STEM DAY ແລະ ຄົ້ນຫາທ້ອງຟ້າທີ່ເຕັມໄປດ້ວຍດວງດາວ - Starry Night. ນະທີ່ນີ້, ບັນດານັກບິນ NASA ກໍໄດ້ແບ່ງປັນໂດຍກົງ ແລະ ສ້າງແຫຼ່ງບັນດານໃຈໃຫ້ຄົ້ນລຸ້ນໜຸ່ມ ເຄື່ອນໄຫວ, ຮ່ຳຮຽນ, ຄົ້ນຄວ້າໃນຂົງເຂດຍ່ານເວຫາ, ອາວະກາດ.
ຫຼາຍ​ກິດ​ຈະ​ກຳ​ໄດ້​ຈັດ​ຂຶ້ນ​ໃນ​ສັບ​ປະ​ດາ NASA ຫວຽດ​ນາມ ຢູ່ ບິ່ງ​ດິ້ງ - ảnh 1ທ່ານ Michael A. Baker, ອະດີດນັກບິນ  NASA ແບ່ງປັນກ່ຽວກັບອາວະກາດ (ພາບ: VOV)

ຕອນເຊົ້າວັນທີ 8 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງໄດ້ສົມທົບກັບ ສະມາຄົມ IT ນະຄອນ ໂຮ່ຈີມິນ ຈັດລາຍການ “ໂອ້ລົມສົນທະນາກັບນັກບິນ” ໃນຂອບເຂດສັບປະດາ NASA ຫວຽດນາມ ຢູ່ ບິ່ງດິ້ງ. ເຂົ້າຮ່ວມລາຍການດັ່ງກ່າວ ມີນັກວິທະຍາສາດ, ນັກບິນ ຈາກອົງການການບິນ ແລະ ອາວະກາດ ອາເມລິກາ (NASA), ພ້ອມກັບນັກຮຽນ, ນັກສຶກສາ ແລະ ຜູ້ຮັກມັກຂະແໜງວິທະຍາສາດເຂົ້າຮ່ວມເປັນຈຳນວນຫຼາຍ.

        ສັບປະດາ NASA ຖືກດຳເນີນໃນວັນທີ 8 – 9 ມິຖຸນາ ດ້ວຍກິດຈະກຳຫຼັກໆແມ່ນ: ການໂອ້ລົມກັບນັກບິນ; NASA STEM DAY ແລະ ຄົ້ນຫາທ້ອງຟ້າທີ່ເຕັມໄປດ້ວຍດວງດາວ - Starry Night. ນະທີ່ນີ້, ບັນດານັກບິນ NASA ກໍໄດ້ແບ່ງປັນໂດຍກົງ ແລະ ສ້າງແຫຼ່ງບັນດານໃຈໃຫ້ຄົ້ນລຸ້ນໜຸ່ມ ເຄື່ອນໄຫວ, ຮ່ຳຮຽນ, ຄົ້ນຄວ້າໃນຂົງເຂດຍ່ານເວຫາ, ອາວະກາດ.

        ສັບປະດາ NASA ຖືກຈັດຂຶ້ນເພື່ອແນໃສ່ສົ່ງເສີມການຊອກຮູ້ກ່ຽວກັບພາລະກຳ, ການຄົ້ນຫາ ແລະ ຄວາມກ້າວໜ້າ - ປ່ຽນແປງ  ໃໝ່ເຕັກໂນໂລຢີຂອງ NASA ຜ່ານການສຶກສາ ແລະ ເຫດການຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ