ຫຼາຍທ້ອງຖິ່ນຢູ່ ຫວຽດນາມ ຈັດຕັ້ງສະເຫຼີມ ສະຫຼອງ 95 ປີວັນ ການປະຕິວັດເດືອນ ຕຸລາ

ຫຼາຍທ້ອງຖິ່ນຢູ່ ຫວຽດນາມ ຈັດຕັ້ງສະເຫຼີມ ສະຫຼອງ 95 ປີວັນ ການປະຕິວັດເດືອນ ຕຸລາ - ảnh 1
ຄະນະ​ຜູ້​ແທນ​ນະຄອນ​ຮ່າ​ໂນ້ຍ ໄປວາງພວງມາລາ
ອາໄລຫາ ຢູ່ອະນຸສາວະລີ V.I .Lenin (ພາບ: TTXVN)


vovworld- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ(7/11/1917-7/11/2012), ຕອນເຊົ້າວັນທີ 7/11, ປະທານສະພາ ປະຊາຊົນນະຄອນຮ່າໂນ້ຍ ທ່ານນາງ Ngo Thi Doan Thanh ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ນະຄອນ​ຮ່າ​ໂນ້ຍ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງ ນະຄອນ​ຮ່າ​ໂນ້ຍ ໄປວາງພວງມາລາອາໄລຫາຢູ່ອະນຸສາວະລີ V.I .Lenin . ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີຂອງ ນະຄອນ​ຮ່າ​ໂນ້ຍ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງບັນດາ​ເຫດການ​ທີ່​ສຳຄັນ​ຍິ່ງ​ນີ້​ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນຕຸ​ນຢ່າງ​ເລິກ​ເຊິ່ງທີ່​ມີ​ຕໍ່ທ່ານ Lenin - ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳມະ​ຊີບ​ສາກົນ.

    ​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ​ຟູ່ອຽນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ວິທະຍາສາດ​ກ່ຽວ​ກັບ​ຄຸນຄ່າ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງຂອງ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ ​ແລະ ຖະ​ແຫຼ​ງການ​ຂອງ​ພັກ​ກອມ​ມູນິດ. ມີ​ບົດ​ປະກອບ​ຄຳ​ເຫັນ 19 ບົດ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ເລັ່ງ​ໃສ່​ 2 ​ເນື້ອ​ໃນ​ຕົ້ນຕໍ ​ແນ​ໃສ່​ເຮັດ​ໃຫ້​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ຄຸນຄ່າ ​ແລະ ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ ຖະ​ແຫຼ​ງການ​ຂອງ​ພັກ​ກອມ​ມູນິດ ພ້ອມ​ທັງ​ຢືນຢັນ​ຄຸນຄ່າທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງຂອງ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ. ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ​ຫວຽດນາມ-ລັດ​ເຊຍ​ແຂວງ​ຟູ້ອຽນ​ກໍ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ພາບ​ຖ່າຍ, ປຶ້ມ​ອ່ານ​ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ-ລັດ​ເຊຍ.

 

ຂ່າວ/ບົດ​ອື່ນ