ຫຼາຍປະເທດຮຽກຮ້ອງນຳຕົວການເຂັ່ນຂ້ານັກການເມືອງລັດເຊຍອອກມາພິພາກສາໂດຍໄວ

ຫຼາຍປະເທດຮຽກຮ້ອງນຳຕົວການເຂັ່ນຂ້ານັກການເມືອງລັດເຊຍອອກມາພິພາກສາໂດຍໄວ - ảnh 1
ທ່ານ Boris Nemtsov
(ພາບ: AFP)

(vovworld) – ​​​​ພາຍຫຼັງ​ເກີດ​ເຫດ​ເຂັ່ນ​ຂ້າ​ທ່ານ Boris Nemtsov, ປະ​ມຸກ​ລັດ​ຂອງຫຼາຍ​ປະ​ເທດ​ໄດ​້​ຝາກ​ໂທ​ລະ​ເລກ​​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ, ກ່າວ​ປະ​ນາມ​ເຫດ​ການນີ້ ແລະ ຮຽກ​ຮ້ອງ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່​ລັດ​ເຊຍ ສືບ​ສວນ​ເຫດ​ການ​ດັ່ງ​ກ່​າວ​ຢ່າ​ງ​ຮີບ​ດ່ວນ ແລະ ກະ​ຈ່າງ​ແຈ້ງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ກ່າວ​ປະ​ນາມ​ເຫ​ດ​ການນີ້​ແມ່ນໂຫດ​ຮ້າຍ, ຮຽກ​ຮ້ອງ​ຕ້ອງ​ມີ​ການ​ສືບ​ສວນ​ຢ່າງວ່ອງ​ໄວ, ພາ​ວະ​ວິ​ໄສ ແລະ ກະ​ຈ່າງ​ແຈ້ງ​ເພື່ອ​ຮັບ​ປະ​ກັນ​ນຳ​​ພວກກໍ່​ໃຫ້​ເກີດ​ເຫດ​ການນີ້​​ມາ​ພິ​ພາກ​ສາ. ຂ້າຫຼວງ​ໃຫຍ່​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ສະ​ຫະ​ພາບ ເອີ​ລົບ Federica Mogherini ໃຫ້​ຮູ້​ວ່າ: ສະ​ຫະ​ພາບ​ເອີ​ລົບ ຫວັງ​ວ່າ ອົງ​ການ​​ທີ່​ກ່ຽວ​ຂ້ອງ ລັດ​ເຊຍ ຈະ​ດຳ​ເນີນ​ການ​ສືບ​ສວນ​ຢ່າງ​ຄົບ​ຖ້ວນ, ຮີບ​ດ່ວນ… ທ​່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ, ປະ​ທາ​ນາ​ທິ​ບໍ​ດີ ໂປ​ໂລຍ, ແຟງ​ລັງ, ລິດ​ວາ ກໍ່​ໄດ້​ຝາກ​​ໂທ​ລະ​ເລກ​ສະ​ແດງ​ຄວາ​ມ​ເສົ້າ​ສະຫຼົດ​ໃຈຢ່າ​ງ​ເລິກ​ເຊິ່ງ​ເຖິງ​ລັດ​ຖະ​ບານ ລັດ​ເຊຍ ແລະ ຄອບ​ຄົວ​ທ່ານ Nemtsov.

        ອົງ​ການ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ລັດ​ເຊຍ​ໃຫ້​ຮູ້​ວ່າ: ວັນ​ທີ 27/2, ປະ​ທານ​ພັກ​ຝ່າຍ​ຄ້ານ ລັດ​ເຊຍ, ທ່ານ Boris Nemtsov, ອາ​ຍຸ 55 ປີ ຖືກ​ເຂັ່ນ​ຂ້າ​ຢູ່​ບໍ​ລິ​ເວນ​ໃກ້​ກັບ​ໂບດ Sain Basin. ປະ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ລັດ​ເຊຍ ພວມ​ສ​ືບ​ສວນ​ສາຍ​ເຫດ ແລະ ຊອ​ກ​ຫາຕົວ​ການ​ຢ່າງ​ຮີບ​ດ່ວນ.


ຂ່າວ/ບົດ​ອື່ນ