ຫຼາຍປະເທດໃນໂລກກ່າວປະນາມເຫດບຸກໂຈມຕີໂຮງແຮມຢູ່ Burkia Faso

ຫຼາຍປະເທດໃນໂລກກ່າວປະນາມເຫດບຸກໂຈມຕີໂຮງແຮມຢູ່ Burkia Faso - ảnh 1
ຫຼາຍປະເທດໃນໂລກກ່າວປະນາມເຫດບຸກໂຈມຕີໂຮງແຮມຢູ່ Burkia Faso
(ພາບ​ປະ​ກອບ: News Grio)

(vovworld) –​ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ລັ່ງ ປະ​ຈຳ Burkia Faso, Gilles Thibault ໃຫ້​ຮ​ູ້​ວ່າ, ຕົວ​ປະ​ກັນ 150 ຄົນ​ທີ່​ມາ​ຈາກ 18 ປະ​ເທດ ໄດ້ຮັບ​ການກອບ​ກູຊີ​ວິດ​ຈາກ​ສະ​ຖານ​ທີ່​ບຸກ​ໂຈມ​ຕີ​ຢູ່​ໂຮງ​ແຮມ Splendid ​ແລ້ວ. ກໍ​ຕາມ​ທ່ານ Thibault ​ແລ້ວ, ມີ 27 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.

      ທ່ານ​ນາງເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສາ​ກົນ​ໃຊ້​ພາ​ສາ​ຝ​ລັ່ງ Michaelle Jean ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ນະ​ຄອນ​ຫຼວງ Ouagadoigou ຂອງ Burkia Faso. ທ່ານ​ນາງ​ໃຫ້​ຮູ້​ວ່າ, ບັນ​ດາ​ການ​ບຸກ​ໂຈມ​ຕ​ີ ບໍ່​ສາ​ມາດ​​ເຮັດ​ໃຫ້​ປ​່ຽນ​ແປງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ ທີ່​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ Burkia Faso ໃນ​ການ​ຕ້ານ​ຄືນ​ໄພ​ນາບ​ຂູ່ກໍ່​ການ​ຮ້າຍ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ອາ​ເມ​ລິ​ກາ John Kirby ຖ​ະ​ແຫຼງວ່າ, ອາ​ເມ​ລິ​ກາ ກ່າວ​ປະ​ນາມ​​ຢ່າງ​ຮຸນ​ແຮງບັນ​ດາເຫດ​ບຸກ​ໂຈມ​ຕ​ີ ຢູ່  Ouagadoigou, ພ້ອມ​ທັງ​ສົ່ງ​ຄຳ​ແບ​່ງ​​ເປົາ​ຄວາມ​ເສົ້າ​ສະ​ຫຼົ​ດໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ບັນ​ດາ​ຄອບ​ຄົວ​ຜູ້​ຖືກເຄາະ​ຮ​້າຍ.

      ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ Justin Trueau ກໍໄດ້​ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ.

ຂ່າວ/ບົດ​ອື່ນ