ຫ໋າຍ​ຟ່ອງ​ເສີມ​ຂະ​ຫ​ຍາຍການ​ພົວ​ພັນ​ອັນ​ດີ​ງາມ​ກັບ​ປະ​ຊາ​ຊົນ ລາວ, ໄທ ແລະ ມຽນ​ມາ

(VOVWORLD) - ເຖິງວ່າ ຢູ່ໄກຈາກບ້ານເກີດເມືອງນອນກໍ່ຕາມແຕ່ບັນດານັກສຶກສາຍັງຮູ້ສຶກໄດ້ບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ມ່ວນຊື່ນ ແລະ ໃກ້ຊິດສະໜິດສະໜົມໃນໂອກາດບຸນປີໃໝ່.
ຫ໋າຍ​ຟ່ອງ​ເສີມ​ຂະ​ຫ​ຍາຍການ​ພົວ​ພັນ​ອັນ​ດີ​ງາມ​ກັບ​ປະ​ຊາ​ຊົນ ລາວ, ໄທ ແລະ ມຽນ​ມາ - ảnh 1ການພົບປະສັງສັນ(ພາບ: thanhphohaiphong.gov.vn)

ຕອນບ່າຍວັນທີ 11 ເມສາ, ຢູ່ຫ໋າຍຟ່ອງ. ສະຫະພັນບັນດາອົງການມິດຕະພາບນະຄອນ  ຫ໋າຍຟ່ອງ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ບັນດາມະຫາວິທະຍາໄລໃນບໍລິເວນນະຄອນຈັດຕັ້ງການພົບປະສັງສັນ, ມິດຕະພາບກັບນັກສຶກສາ ລາວ, ໄທ ແລະ ມຽນມາ ທີ່ພວມຮ່ຳຮຽນຢູ່ ຫ໋າຍຟ່ອງ ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນ ລາວ, ໄທ ແລະ ມຽນມາ. ການພົບປະສັງສັນບໍ່ພຽງແຕ່ນຳມາເຊິ່ງບັນຍາກາດ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄຶກຄື້ນ, ເປັນກຳລັງໃຈໃຫ້ແກ່ບັນດານັກສຶກສາລາວ, ໄທ ແລະ ມຽນມາ ທີ່ພວມຮ່ຳຮຽນຢູ່ນະຄອນ ຫ໋າຍຟ່ອງ ເທົ່ານັ້ນ ຫາກຍັງປະກອບສ່ວນ ເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າອົກເຂົ້າໃຈກ່ຽວກັບຮີດຄອງປະເພນີ, ວັດທະນະທຳຂອງແຕ່ລະປະເທດ, ປັບປຸງ ແລະ  ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ, ລາວ, ໄທ ແລະ ມຽນມາ ໃຫ້ນັບມື້ນັບຮັດແໜ້ນອີກດ້ວຍ. ເຖິງວ່າ ຢູ່ໄກຈາກບ້ານເກີດເມືອງນອນກໍ່ຕາມແຕ່ບັນດານັກສຶກສາຍັງຮູ້ສຶກໄດ້ບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ມ່ວນຊື່ນ ແລະ ໃກ້ຊິດສະໜິດສະໜົມໃນໂອກາດບຸນປີໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ