ຫຼາຍ​ແຂວງ, ນະ​ຄອນຂອງ ຫວຽດ​ນາມ ​ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວທີ່​ເພີ່ມ​ຂຶ້ນ​ສູງ ໃນ​​ຊ່ວງ​ເວ​ລາ​ວັນ​ພັກ​ການ 30 ເມ​ສາ, ວັນ​ທີ 1 ພຶດ​ສະ​ພາ

(VOVWORLD) -ໃນໂອກາດວັນພັກ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ), ວັນກຳມະກອນສາກົນ (1 ພຶດສະພາ) ຜ່ານມາ, ແຂວງ ລາຍເຈົາ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 40.000 ເທື່ອຄົນ, ເຊິ່ງເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ, ໃນນັ້ນ ແຂກທ່ອງທ່ຽວສາກົນ ມີກວ່າ 1.300 ເທື່ອຄົນ. 

ແຫຼ່ງຂ່າວຈາກພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໃຫ້ຮູ້ວ່າ: ໃນໂອກາດວັນພັກ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ), ວັນກຳມະກອນສາກົນ (1 ພຶດສະພາ) ຜ່ານມາ, ແຂວງ ລາຍເຈົາ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 40.000 ເທື່ອຄົນ, ເຊິ່ງເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ, ໃນນັ້ນ ແຂກທ່ອງທ່ຽວສາກົນ ມີກວ່າ 1.300 ເທື່ອຄົນ. ທ່ານ ເຈິ່ນກວາງຄາງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາຍເຈົາ ໃຫ້ຮູ້ວ່າ:

        “ປີນີ້, ແຂກທ່ອງທ່ຽວ ບໍ່ພຽງແຕ່ເພີ່ມຂຶ້ນກ່ຽວກັບດ້ານຈຳນວນເທົ່ານັ້ນ, ຫາກແຂກທ່ອງທ່ຽວສ່ວນຫຼາຍແມ່ນມາຈາກຕະຫຼາດ ເຊິ່ງແຂວງ ລາຍເຈົາ ໄດ້ວາງອອກກ່ອນນັ້ນ. ບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນທ່າແຮງຂອງແຂວງນັ້ນ ກໍສ້າງຄວາມຈັບອົກຈັບໃຈແຂກທ່ອງທ່ຽວ. ຜ່ານນັ້ນ, ຢັ້ງຢືນໃຫ້ເຫັນວ່າ ທາງແຂວງ ມີກຳນົດທິດພັດທະນາການທ່ອງທ່ຽວທີ່ເໝາະສົມ. ພວກຂ້າພະເຈົ້າຈະສືບຕໍ່ໜູນຊ່ວຍບັນດາຮາກຖານດຳເນີນທຸລະກິດ ແລະ ສະໜອງການບໍລິການທ່ອງທ່ຽວ ຍົກສູງຄຸນນະພາບ, ໂຄສະຍາເຜີຍແຜ່ ເພື່ອສົ່ງເສີມການທ່ອງທ່ຽວຂອງແຂວງ ສູ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ”.

ຫຼາຍ​ແຂວງ, ນະ​ຄອນຂອງ ຫວຽດ​ນາມ ​ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວທີ່​ເພີ່ມ​ຂຶ້ນ​ສູງ ໃນ​​ຊ່ວງ​ເວ​ລາ​ວັນ​ພັກ​ການ 30 ເມ​ສາ, ວັນ​ທີ 1 ພຶດ​ສະ​ພາ - ảnh 1ຊຸມວັນຜ່ານມາ, ແຂກທ່ອງທ່ຽວມາຢາມເກາະ ໂກໂຕ ກໍເພີ່ມຂຶ້ນຢ່າງແຮງ (ພາບ: VOV)

        ຢູ່ແຂວງ ຈ່າວິງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ ແຕ່ວັນທີ 29 ເມສາ ຫາວັນທີ 3 ພຶດສະພາ, ຈຳນວນແຂກທ່ອງທ່ຽວມາ ຈາວິງ ກໍເພີ່ມຂຶ້ນຢ່າງແຮງ, ດ້ວຍ 85.000 ເທື່ອຄົນ (ເພີ່ມຂຶ້ນ 50.000 ເທື່ອຄົນ ເມື່ອທຽບໃສ່ປີກາຍ) ແລະ ສ້າງລາຍຮັບລວມທັງໝົດກວ່າ 46 ຕື້ດົ່ງ (ເກືອບ 2 ລ້ານ USD).

ຕອບກັບ

ຂ່າວ/ບົດ​ອື່ນ