ອັງກິດ ຖະແຫຼງຖອນອອກຈາກສົນທິສັນຍາຫາປາ ລອນດອນ

(VOVWORLD) - ວັນທີ 02 ກໍລະກົດ, ອັງກິດ ຖະແຫຼງ ຈະຖອນອອກຈາກສົນທິສັນຍາຫາປາ ລອນດອນ ເຊິ່ງມີຜົນສັກສິດມາໄດ້ 50 ປີແລ້ວ 

ໃນນັ້ນ ອະນຸຍາດໃຫ້ບາງປະເທດຢູ່ນອກ ໄດ້ຫາປາຢູ່ໃກ້ກັບເຂດຝັ່ງທະເລຂອງປະເທດນີ້. ນີ້ແມ່ນໜຶ່ງໃນບັນດາຄຳໝັ້ນສັນຍາຕົ້ນຕໍຂອງບັນຫາ Brexit (ອັງກິດ ຖອນອອກຈາກສະຫະພາບ ເອີລົບ - ອີຢູ). ໃນແຈ້ງການວັນດຽວກັນ, ທ່ານລັດຖະມົນຕີກະຊວງສິ່ງແວດລ້ອມ ອັງກິດ Michael Gove ຢືນຢັນວ່າ ເລື່ອງຖອນອອກຈາກສົນທິສັນຍາຫາປາ ລອນດອນ ແມ່ນລະບຽບການທີ່ສຳຄັນ ເມື່ອ ອັງກິດ ຍາດຄືນສິດຄວບຄຸມນະໂຍບາຍຫາປາ. 

ຕອບກັບ

ຂ່າວ/ບົດ​ອື່ນ