ອັງກິດ ຢືນຢັນ ເຄົາລົບບັນດາຄຳໝັ້ນສັນຍາກັບ ອີຢູ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ: ລອນດອນ ຈະເຄົາລົບບັນດາຄຳໝັ້ນສັນຍາທີ່ໝັ້ນໝາຍກັບສະຫະພາບ ເອີຣົບ (ອີຢູ),
ອັງກິດ ຢືນຢັນ ເຄົາລົບບັນດາຄຳໝັ້ນສັນຍາກັບ ອີຢູ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May

ນັ້ນແມ່ນການກະທຳ ເພື່ອແນໃສ່ປອມໃຈບັນດາການນຳ ອີຢູ ເຊິ່ງເຄີຍມີຄວາມປາດຖະໜາຢາກ ລອນດອນ ເວົ້າແຈ້ງວ່າຈະຊຳລະເງິນເທົ່າໃດໃຫ້ “ບັນຫາ Brexit”. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ການນຳ ອັງກິດ ຢືນຢັນວ່າ ລອນດອນ ພວມມຸ່ງໄປເຖິງບັນດາການເຈລະຈາໃນເດືອນ ທັນວາ ຈະມາເຖິງ ແລະ ຈະສືບຕໍ່ພິຈາລະນາຢ່າງລະອຽດບັນດາບັນຫາ. ທ່ານນາງ Theresa May ໃຫ້ຮູ້ວ່າ: ທ່ານໄດ້ຢືນຢັນເລື່ອງ ອັງກິດ ຈະເຄົາລົບບັນດາຄຳໝັ້ນສັນຍາໃນບົດກ່າວປາໄສຢູ່ Florence ປະເທດ ອີຕາລີ ເມື່ອເດືອນ ກັນຍາ ແລ້ວນີ້.

        ກ່ອນໜ້ານັ້ນ, ວັນທີ 10 ພະຈິກ, ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ທ່ານ Michel Barnier ໄດ້ອອກຄຳຂາດ ຮຽກຮ້ອງໃຫ້ ອັງກິດ ພາຍໃນ 2 ອາທິດ ຕ້ອງມີບັນດາການຜ່ອນສັ້ນຜ່ອນຍາວກ່ຽວກັບຂໍ້ຕົກລົງ Brexit ຖ້າຫາກຢາກກ້າວເຂົ້າສູ່ໄລຍະຕໍ່ໄປ ຂອງການເຈລະຈາ 2 ຝ່າຍໃນເດືອນ ທັນວາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ