ອັງກິດ ຫລຸດລະດັບການກ່າວເຕືອນໄພການກໍ່ການຮ້າຍລົງໃນລະດັບຮ້າຍແຮງ

(VOVWORLD) - ວັນທີ 17 ກັນຍາ, ລັດຖະບານ ອັງກິດ ຕັດສິນຫລຸດຜ່ອນການເຕືອນໄພກໍ່ການຮ້າຍຢູ່ປະເທດນີ້ລົງ 1 ລະດັບ, ຈາກລະດັບ “ອັນຕະລາຍທີ່ສຸດ” ຊຶ່ງແມ່ນລະດັບສູງສຸດລົງລະດັບ “ຮ້າຍແຮງ”
ອັງກິດ ຫລຸດລະດັບການກ່າວເຕືອນໄພການກໍ່ການຮ້າຍລົງໃນລະດັບຮ້າຍແຮງ - ảnh 1 (ພາບປະກອບ/THX/TTXVN)

ພາຍຫລັງການສືບສວນເຫດວາງລະເບີດໃສ່ລົດໄຟຟ້າໃຕ້ດິນຢູ່ສະຖານີລົດໄຟ Parsons Green  ບັນລຸໄດ້ຄວາມຄືບໜ້າ. ຕຳຫລວດ ອັງກິດ ໄດ້ກັກຕົວເປົ້າໝາຍຖືກສົງໄສ 2 ເປົ້າໝາຍທີ່ມີສ່ວນກ່ຽວຂ້ອງເຖິງເຫດວາງລະເບີດ ເຊິ່ງອົງການ “ລັດອິດສະລາມ” (IS) ໄດ້ກ່າວຍອມຮັບວ່າເປັນຕົວການ. ດັ່ງນັ້ນ, ສຳລັບການຕັດສິນໃຈດັ່ງກ່າວ, ອັງກິດ ໄດ້ດັດປັບລະດັບການເຕືອນໄພກໍ່ການຮ້າຍກັບຄືນສູ່ລະດັບເກົ່າ ກ່ອນທີ່ຈະເກີດເຫດວາງລະເບີດໃສ່ລົດໄຟຟ້າໃຕ້ດິນທີ່ສະຖານີລົດໄຟ  Parsons Green  ຢູ່ນະຄອນຫລວງ ລອນດອນ ເມື່ອວັນທີ 15 ກັນຍາ ອັນໄດ້ເຮັດໃຫ້ມີ 30 ຄົນຖືກບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ