ອັງກິດ ແລະ ອົດສະຕາລີ ຄັດຄ້ານບັນດາການກະທຳເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນ

(VOVWORLD) -ທຸກປະເທດລ້ວນແຕ່ປະຕິບັດສິດຂອງຕົນຢູ່ທະເລຕາເວັນອອກ ໃຫ້ສອດຄ່ອງກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982

ວັນທີ 21 ມັງກອນ, ຢູ່ ອົດສະຕາລີ ໄດ້ດຳເນີນການສົນທະນາປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດຂອງ ອັງກິດ ແລະ ອົດສະຕາລີ, ບັນດາລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດຂອງ ອັງກິດ ແລະ ອົດສະຕາລີ ໄດ້ອອກຖະແຫຼງການຮ່ວມ ຢືນຢັນຄືນໃໝ່ການຄັດຄ້ານຢ່າງແຮງຕໍ່ບັນດາການກະທຳເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນ, ພ້ອມກັນນັ້ນ 2 ປະເທດກໍ່ເນັ້ນໜັກວ່າ ທຸກການເຄື່ອນໄຫວຢູ່ເຂດທະເລດັ່ງກ່າວຕ້ອງສອດຄ່ອງກັບກົດໝາຍສາກົນ.

        ຖະແຫຼງການຮ່ວມເນັ້ນໜັກວ່າ, ທຸກປະເທດລ້ວນແຕ່ປະຕິບັດສິດຂອງຕົນຢູ່ທະເລຕາເວັນອອກ ໃຫ້ສອດຄ່ອງກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ລວມທັງສິດເສລີໃນການເດີນເຮືອ ແລະ ການບິນ. ໃນຖະແຫຼງການຮ່ວມ, ບັນດາລັດຖະມົນຕີຂອງ ອັງກິດ ແລະ ອົດສະຕາລີ ກໍ່ຢືນຢັນວ່າ 2 ປະເທດຈະສືບຕໍ່ສະໜັບສະໜູນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເປີດກວ້າງ, ກວມລວມ ແລະ ມີຄວາມສາມາດຟື້ນຟູ, ໃນນັ້ນສິດອະທິປະໄຕຂອງທຸກປະເທດຕ້ອງໄດ້ເຄົາລົບ. 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອຮັບປະກັນໃຫ້ເຂດນີ້ໄດ້ຮັບການປັບປຸງດ້ວຍຫຼັກການ ແລະ ມາດຕະຖານ, ບໍ່ຖືກບັງຄັບ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ແລະ ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ