ອັງກິດພ້ອມແລ້ວຈະດຳເນີນ Brexit ຢ່າງເປັນທາງການ

ອັງກິດພ້ອມແລ້ວຈະດຳເນີນ Brexit ຢ່າງເປັນທາງການ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Theresa May 
(ພາບ: AFP/TTXVN)

(vovworld) - ​ຕອນ​ຄ່ຳ​ວັນ​ທີ 28/03, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Theresa May ໄດ້​ລົງ​ນາມ​ໃນ​ຈົດ​ໝາຍ​ປະ​ຫວັດ​ສາດ ເລີ່ມ​​ດຳ​ເນີນ​ວິ​ວັດ​ທະ​ນາ​ການ​ອັງ​ກິດ ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຫຼື ເອີ້ນ​ວ່າ Brexit ຢ່າງ​ເປັນ​ທາງ​ການ, ເມື່ອມັນ​ໄດ້​ສົ່ງ​ເຖິງ​ສຳ​ນັກ​ງານ​ອີຢ​ູ ຢ​ູ່ບ​ຣຸກ​ແຊນ, ໃນ​ວັນ​ທີ 29/03. ຄາດ​ວ່າ, ຈົດ​ໝາຍ​​ໂດຍ​ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ ປະ​ຈຳ​ອີຢ​ູ Tim Barrow ໄດ້​ສົ່ງ​ເຖິງ​ທ່ານ​ປະ​ທານ​ອີ​ຢູ Donald Tusk ໃນ​ເວ​ລາ 18 ໂມງ 30 ນາ​ທີ, ​ໃນວັນ​ທີ 29/03. ຈົດໝາຍ​ຈ​ະ​ໄດ້​ແຈ້ງ​ໃຫ້​ທ່ານ Tusk ​ຮັບ​ຊາບກ່ຽວ​ກັບ​ແນ​ວ​ຄວາມ​ຄິດ​ຖອນ​ອອກ​ຈາກ​ອີ​ຢູ ຂອງ​ອັງ​ກິດ, ດ້ວຍ​ວີ​ທີ​ການ​​ປະ​ຕິ​ບັດ​ຕາມມາດ​ຕາ 50 ຂອງ​ສົນ​ທິ​ສັນ​ຍາ Lisbon, ເລີ່ມ​ຕົ້ນ​ວິ​ວັດ​ການ​ເຈ​ລະ​ຈ​າ​ທີ່​ແກ່​ຍາວ​ເປັນ​ເວ​ລາ 2 ປີ, ເພື່ອ​ແນ​ໃສ່​ຢຸດ​ຕິ​ຖາ​ນະ​​ການເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ດັ່ງ​ກ່າວ​ຂອງ​ອັງ​ກິດ ໃນ​​ຕະ​ຫຼອດ 44 ປີ​ຜ່ານ​ມາ.

        ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກ​ິດ ໄດ້​ມີ​ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ຕ່າງ​ຫາກ​ກັບ​ທ່ານ​ປະ​ທານ​ອີ​ຢູ Tusk, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Jean Claude Juncker ແລະ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel. ​ໃນການ​ໂອ້​ລົມ​​ສົນ​ທະ​ນາທາງ​ໂທ​ລະ​ສັບ, ບັນ​ດາ​ການ​ນຳ​ລ້ວ​ນ​ແຕ​່​ເຫັນ​ດີ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ນຳ​ເອີ​ລົບ ກ້າວ​ເຂົ້າ​ສູ່​ການ​ເຈ​ລະ​ຈາ ດ້ວຍ​ຈິດ​ໃຈ​ສ້າງ​ສັນ ແລະ ຕັ້ງ​ໜ້າ, ກໍ່​ຄື​ຮັບ​ປະ​ກັນ​ວິ​ວັດ​ທະ​ນາ​ການ​ຖອນ​ອອກ​​ຈາກ​ອີຢ​ູ ຢ່າງ​ສະ​ດວກ ແລະ ຕາມຂັ້ນ​ຕອນ​​ຢ່າງ​ເປັນລະ​ບຽບ​ຮຽບ​ຮ້ອຍ.

ຂ່າວ/ບົດ​ອື່ນ