ອັງກິດສືບຕໍ່ປະເຊີນໜ້າກັບວິກິດການຢຸດງານຂອງຂະແໜງສາທາລະນະສຸກ

(VOVWORLD) - ວັນທີ 20 ທັນວາ, ຄາດວ່າມີສະມາຊິກຂອງມະຫາວິທະຍາໄລພະຍາບານລາຊະອານາຈັກ ອັງກິດ (RCN) 100.000 ຄົນຈະສືບຕໍ່ຢຸດງານເພື່ອຮຽກຮ້ອງ ລັດຖະບານ ອັງກິດ ເພີ່ມເງິນເດືອນ.
ອັງກິດສືບຕໍ່ປະເຊີນໜ້າກັບວິກິດການຢຸດງານຂອງຂະແໜງສາທາລະນະສຸກ - ảnh 1ພະນັກງານການແພດເຂົ້າຮ່ວມການຢຸດງານຢູ່ນອກໂຮມໝໍ St Mary ຢູູ່ລອນດອນ (ປະເທດ ອັງກິດ)
ໃນວັນທີ 15/12/2022 (ພາບ: AFP/TTXVN)

ອັງກິດ ພວມຕ້ອງປະເຊີນໜ້າກັບວິກິດການຢຸດງານ ຂອງຂະແໜງສາທາລະນະສຸກ ຢ່າງໜັກໜ່ວງທີ່ສຸດໃນປະຫວັດສາດຂອງອົງການບໍລິການສາທາລະນະສຸກພາກລັດ (NHS) ໃນ 74 ປີຜ່ານມາ.

        ວັນທີ 20 ທັນວາ, ຄາດວ່າມີສະມາຊິກຂອງມະຫາວິທະຍາໄລພະຍາບານລາຊະອານາຈັກ ອັງກິດ (RCN) 100.000 ຄົນຈະສືບຕໍ່ຢຸດງານເພື່ອຮຽກຮ້ອງ ລັດຖະບານ ອັງກິດ ເພີ່ມເງິນເດືອນ.

        ຄາດວ່າ, ໃນວັນທີ 21 ແລະ ວັນທີ 28 ທັນວາ, ບັນດາຜູ້ຂັບລົດສຸກເສີນຈະຈັດການຢຸດງານ. ການຢຸດງານຂອງບັນດາຜູ້ຂັບລົດສຸກເສີນຈະສົ່ງຜົນກະທົບຢ່າງໜັກໜ່ວງເຖິງການເຄື່ອນໄຫວສຸກເສີນຮີບດ່ວນໃຫ້ແກ່ປະຊາຊົນ ແລະ ຄາດວ່າ ຈະກໍ່ໃຫ້ເກີດການສັບສົນໃຫ້ແກ່ຂະແໜງສາທາລະນະສຸກ ອັງກິດ.

        ບັນດາການນຳຂະແໜງສາທາລະນະສຸກ ອັງກິດ ກໍ່ໃຫ້ຮູ້ວ່າ: ໄດ້ຮຽກຮ້ອງລັດຖະບານ ເຈລະຈາ ແລະ ປັບປຸງລະດັບເງິນເດືອນໃຫ້ແກ່ພະນັກງານສາທາລະນະສຸກໃນສະພາບໄພເງິນເຟີ້ທີ່ເພີ່ມຂຶ້ນສູງ. ຕາມຕົວເລກຂອງ NHS ຢູ່ ອັງກິດ ແລະ ອຽກລັງເໜືອ ປະກາດແລ້ວນັ້ນ, ການຢຸດງານຂອງພະຍາບານໃນວັນທີ 15 ທັນວາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີຄົນເຈັບ 19.000 ຖືກໂຈະແຜນການຜ່າຕັດໃນຂະນະທີ່ມີພະຍາບານເກືອບ 10.000 ຄົນພັກວຽກ.

ຕອບກັບ

ຂ່າວ/ບົດ​ອື່ນ