ອົງການ Plan ສາກົນປະຈຳຫວຽດນາມ ສືບຕໍ່ເຄື່ອນໄຫວຊຸກຍູ້ສິດຂອງເດັກ ແລະ ສິດຂອງຊາວໜຸ່ມຫວຽດນາມ

(VOVWORLD) -ລາຍການເພື່ອແນໃສ່ຊຸກຍູ້ສິດຂອງເດັກ ແລະ ສິດຂອງຊາວໜຸ່ມຢູ່ ຫວຽດນາມ, ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍຜ່ານການເຄື່ອນໄຫວ ແລະ ໂຄງການທີ່ຂຶ້ນກັບ 2 ຂົງເຂດບຸລິມະສິດ
ອົງການ Plan ສາກົນປະຈຳຫວຽດນາມ ສືບຕໍ່ເຄື່ອນໄຫວຊຸກຍູ້ສິດຂອງເດັກ ແລະ ສິດຂອງຊາວໜຸ່ມຫວຽດນາມ - ảnh 1ພິທີລົງນາມໃນຂໍ້ຕົກລົງ
(ພາບ: doanthanhnien.vn)

ວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ອົງການ Plan ສາກົນ ປະຈຳຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບໂຄງການຊຸກຍູ້ສິດຂອງເດັກ ແລະ ສິດຂອງຊາວໜຸ່ມຢູ່ ຫວຽດນາມ ໄລຍະ 2021 – 2026.

        ລາຍການເພື່ອແນໃສ່ຊຸກຍູ້ສິດຂອງເດັກ ແລະ ສິດຂອງຊາວໜຸ່ມຢູ່ ຫວຽດນາມ, ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍຜ່ານການເຄື່ອນໄຫວ ແລະ ໂຄງການທີ່ຂຶ້ນກັບ 2 ຂົງເຂດບຸລິມະສິດນັ້ນແມ່ນ: ສະກັດກັ້ນ, ຮັບມືກັບການໃຊ້ຄວາມຮຸນແຮງບົນພື້ນຖານເພດ; ຍົກສູງທັກສະດຳລົງຊີວິດ, ທັກສະອາຊີບ ແລະ ພັດທະນາການຫາເງິນລ້ຽງຊີບໃຫ້ຊາວໜຸ່ມ. ການເຄື່ອນໄຫວ, ໂຄງການຕ່າງໆນັ້ນຈະດຳເນີນຢູ່ຫຼາຍແຂວງ, ນະຄອນຄື: ຮ່າໂນ້ຍ, ກວາງບິ່ງ, ກວາງຈີ້, ກອນຕູມ, ລາຍເຈົາ, ຮ່າຢາງ ນັບແຕ່ນີ້ຮອດວັນທີ 30 ມີຖຸນາ 2026 ໂດຍອີງໃສ່ກົດໝາຍຫວຽດນາມ, ບັນດາສົນທິສັນຍາສາກົນເຊິ່ງ ຫວຽດນາມ ເປັນສະມາຊິກ, ນະໂຍບາຍປົກປ້ອງເດັກ ແລະ ນະໂຍບາຍຕ້ານການສໍ້ລາດບັງຫຼວງ, ການສໍ້ໂກງຂອງອົງການ Plan.

ຕອບກັບ

ຂ່າວ/ບົດ​ອື່ນ