ອົງການກວດກາລັດຖະ ບານຫວຽດນາມ ເຮັດວຽກກັບຄະນະຜູ້ແທນກຳປູເຈຍ


ອົງການກວດກາລັດຖະ ບານຫວຽດນາມ ເຮັດວຽກກັບຄະນະຜູ້ແທນກຳປູເຈຍ - ảnh 1

(ພາບປະກອບ: vietbao.vn)

(vovworld)- ​ ຕອນ​ເຊົ້າວັນ​ທີ 3/6,  ອົງການກວດກາ​ລັດຖະບານ​ຫວຽດນາມ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນຂັ້ນສູງ​ກະຊວງ​​ພົວພັນ​ກັບ​ສະພາ​ແຫ່ງ​ຊາດ-​ສະພາ​ສູງ ​ແລະ ອົງການ​ກວດກາ​ກຳປູ​ເຈ​ຍ ​ໂດຍ​ທ່ານ​ນາງ Sok Vilay ລັດຖະມົນຕີ​ກະຊວງ​ດັ່ງກ່າວ​ເປັນ​ຫົວໜ້າ​ຄະນະ. ທ່ານ​ນາງ​ເລ​ທິຖູ​ຍ ຮອງ​ຫົວໜ້າອົງການກວດກາ​ລັດຖະບານ​ຫວຽດນາມ ຊົມ​ເຊີຍ​ການ​ຢ້ຽມຢາມ ​ແລະ ​ເຮັດດ​ວຽກ​ຂອງ​ຄະນະ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນວ່າ​ນີ້​ແມ່ນ​ໂອກາດ​ອັນ​ລ້ຳຄ່າ​ເພື່ອ​ໃຫ້​ສອງ​ຝ່າຍ​ປຶກສາ​ຫາລື, ​ແລກປ່ຽນ​ບົດຮຽນ​ໃນ​ການ​ຊີ້​ນຳ​ບໍລິຫານ​ການ​ເຄື່ອນ​ໄຫວ​ກວດກາ, ​ແກ້​ໄຂ​ການ​ຮ້ອງທຸກ, ຮ້ອງ​ຟ້ອງ  ​ແລະ​ ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ,  ອົງການກວດກາ​ລັດຖະບານ​ຫວຽດນາມ ​ແລະ ​ກະຊວງ​​ພົວພັນ​ກັບ​ສະພາ​ແຫ່ງ​ຊາດ-​ສະພາ​ສູງ ​ແລະ ອົງການ​ກວດກາ​ກຳປູ​ເຈ​ຍ. ສ່ວນ​ທ່ານ​ນາງ Sok Vilay ລັດຖະມົນຕີ ກະຊວງ​ພົວພັນ​ກັບ​ສະພາ​ແຫ່ງ​ຊາດ-​ສະພາ​ສູງ ​ແລະ ອົງການ​ກວດກາ​ກຳປູ​ເຈ​ຍສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກອົງການກວດກາ​ລັດຖະບານ​ຫວຽດນາມ, ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ດ້ານ​ວິຊາ​ການ​ກໍ່​ຄື​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ກວດກາ​ຂອງ​ລັດ, ແກ້​ໄຂການ​ຮ້ອງທຸກ, ຮ້ອງ​ຟ້ອງ ​ແລະ​ ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ ​ໃນ​ໄລຍະ​ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ