ອົງການພັດທະນາສະຫະປະຊາຊາດ ໜູນຊ່ວຍ ຫວຽດນາມ ຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ

ອົງການພັດທະນາສະຫະປະຊາຊາດ ໜູນຊ່ວຍ ຫວຽດນາມ ຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ - ảnh 1
ພາບປະກອບ

(vovworld) - ໃນໄລຍະ 2012 – 2016, ອົງການພັດທະນາສະຫະປະຊາຊາດ (ຫຼື UNDP) ​ໄດ້ ​ແລະ ພວມ​ໜູນ​ຊ່ວຍ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົ​ມ ຄຸ້ມ​ຄອງ​ໂຄງການ​ຊ່ວຍ​ເຫຼືອ ຫວຽດນາມ ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແບບ​ຍືນ​ຍົງ​ໂດຍປະຕິບັດ​ທົດ​ລອງ ຢູ່ 8 ​ແຂວງຄື​: ຮ່າ​ຢາງ, ດ້ຽນບຽນ, ກາວ​ບັ່ງ, ບັກ​ກ້ານ, ​ແທງ​ຮ໋ວາ, ກວາງ​ຫງາຍ, ກອນ​ຕຸ​ມ ​ແລະ ຈ່າ​ວິ​ງ. ​ໂຄງການ​ເພື່ອ​ແນ​ໃສ່​ຍູ້​ແຮງ​ລະດັບ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ບັນດາ​ແຂວງ​ນີ້, ປົວ​​ແປງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ ​ແລະ ການ​ທຳ​ມາ​ຫາ​ກິ​ນ ຂ​ອງຜູ້​ທຸກ​ຍາກ, ຊາວ​ເຜົ່າ​ສ່ວນ​ໜ້ອຍ, ປະກອບສ່ວນ​ຍູ້​ແຮງ​ລະດັບ​ຫຼຸດຜ່ອນ​ຄວາມທຸກ​ຍາກ ຢູ່​ບັນດາ​ເຂດ​ທຸກ​ຍາກ​ທີ່​ສຸດ ​ແລະ ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ຫວຽດນາມ. ​ເມື່ອ​ໂຄງການ​ສິ້ນ​ສຸດ​ລົງ, ບັນດາ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຈະ​ໄດ້​ຊັບຊ້ອນ​ຢ່າງ​ເໝາະ​ສົມ ​ແລະ ​ລວບ​ລວມ​ເຂົ້າ​ແຜນ​ຮ່າງ, ກອບ​ນະ​ໂຍບາຍ​ເປັນ​ປະຈຳ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ​ໃນ​ນັ້ນສຸມ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ​ແຫຼ່ງກຳລັງ​ບຸລິມະ​ສຸດ​ລົງທຶນ​ໃຫ້​ບັນດາ​ເມືອງ​ທຸກ​ຍາກ, ຕາ​ແສງ​ທຸກ​ຍາກ ​ເພື່ອ​ຍູ້​ໄວ​ລະດັບ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ບັນ​ດາ​ບໍລິ​ເວນ​ນີ້.

ຂ່າວ/ບົດ​ອື່ນ