ອົງການວິໄສທັດໂລກໜູນຊ່ວຍ ປັບປຸງຊີວິດການເປັນຢູ່ຂອງຜູ້ທຸກຍາກແຂວງກວາງຈີ້

ອົງການວິໄສທັດໂລກໜູນຊ່ວຍ ປັບປຸງຊີວິດການເປັນຢູ່ຂອງຜູ້ທຸກຍາກແຂວງກວາງຈີ້ - ảnh 1
(ພາບປະກອບ)

(vovworld) - ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ຫາ​ກໍ່​ເຊັນ​ອະນຸມັດ​ລາຍການ​ໜູນ​ຊ່ວຍ​ພັດທະນາ​ແຂວງ ກວາງ​ຈີ້ ​ໂດຍອົງການ​ວິ​ໄສ​ທັດ​ໂລ​ກ (WVI) ປະຈຳ ຫວຽດນາມ ອຸປະຖຳ, ດ້ວຍ​ຍອດ​ມູນ​ຄ່າ​ແມ່ນ1,8 ລ້ານ​ກວ່າ USD. ລາຍການ​ຈະ​ໄດ​້ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ 2 ປີ​ຢູ່ 4 ​ເມືອງ. ຈຸດປະສົງ​ຂອງ​ລາຍການ​ແມ່ນ​ເພື່ອ​ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທຸກ​ຍາກ, ພິ​ເສດ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ, ຜ່ານ​ການ​ພັດທະນາ​ພາຫະນະ​ລ້ຽງ​ຊີວິດ, ພັດທະນາ​ການ​ສຶກສາ, ສົ່ງ​ເສີມ​ສຸຂະພາບ, ອຸປະ​ກະລະ ​ແລະ ປົກ​ປ້ອງ​ເດັກ… ທ່ານ ຫງວຽນ​ດຶກ​ກວາງ, ຮອງ​ຜູ້ອຳນວຍການ​ພະ​ແນ​ກພົວພັນ​ຕ່າງປະ​ເທດ, ​ແຂວງ ກວາງ​ຈີ້, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ອົງການ​ວິ​ໄສ​ທັດ​ໂລກ ຕົກລົງ​ຈະ​ສຸມ​ໃສ່​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ປາ​ໂກ, ​ເວິນ​ກ່ຽວ. ດ້ວຍຈຸດປະສົງ​ຕົ້ນຕໍ​ແມ່ນ​ຍົກ​ສູງຊີວິດ​ການ​ເປັນ​ຢູ່​ໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ຄົນ​ທຸກ​ຍາກ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຫາ​ເງິນ​ລ້ຽງ​ຊີບ, ໜູນ​ຊ່ວຍ​ປະຊາ​ຄົມ… ການ​ຊ່ວຍ​ເຫຼືອ​ຂອງ​ອົງການ​ວິ​ໄສ​ທັດ​ໂລກ ​ແມ່ນ​ຊ່ວຍ​ເຫຼືອ​ລ້າ“.

ຂ່າວ/ບົດ​ອື່ນ