ອົງ​ການ​ແຮງ​ງານ​ສາ​ກົນ​ໜູນ​ຊ່ວຍ​ພັດ​ທະ​ນາ​ບັນ​ດາ​ສະ​ຫະ​ກອນ ຢູ່​ເຂດ​ຊົນ​ນະ​ບົດ ແລະ ບັນ​ດາ​ແຂວງ​ທາງ​ພ​າກ​ເໜືອ

(VOVWORLD) -ວັນທີ 31 ມີນາ, ຄະນະປະຕິບັດງານຂອງ ສະຫະພັນສະຫະກອນ ຫວຽດນາມ ແລະ ອົງການແຮງງານສາກົນ (ILO) ຢູ່ ຫວຽດນາມ ໂດຍທ່ານ Chang Hee Lee, ຜູ້ອຳນວຍການ ILO ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບ ແຂວງອຽນບ໊າຍ.
ອົງ​ການ​ແຮງ​ງານ​ສາ​ກົນ​ໜູນ​ຊ່ວຍ​ພັດ​ທະ​ນາ​ບັນ​ດາ​ສະ​ຫະ​ກອນ ຢູ່​ເຂດ​ຊົນ​ນະ​ບົດ ແລະ ບັນ​ດາ​ແຂວງ​ທາງ​ພ​າກ​ເໜືອ - ảnh 1ການນຳຄະນະກຳມະການແຂວງ, ການນຳບັນດາພະແນກ, ຂະແໜງການພ້ອມກັບຄະນະປະຕິບັດງານຖ່າຍຮູບເປັນທີ່ລະນຶກ (ພາບ: yenbai.gov.vn)

ທີ່ການເຮັດວຽກ, ທ່ານ ຫງວຽນເທ໊ເຟືອກ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ອຽນບ໊າຍ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ອຽນບ໊າຍ ມີກ່ວາ 500 ສະຫະກອນ ແລະ ກ່ວາ 4000 ກຸ່ມຮ່ວມມື, ທີ່ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານນັບໝື່ນຄົນ ຢູ່ທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ການເຄື່ອນໄຫວຂອງ ບັນດາສະຫະກອນໃນບໍລິເວນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂອບຂະໜາດນ້ອຍ, ກຳລັງຄວາມສາມາດຕ່ຳ, ລະດັບການບໍລິຫານຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ແຂວງອຽນບ໊າຍ ມີຄວາມຫວັງຢາກໃຫ້ ສະຫະພັນສະຫະກອນ ຫວຽດນາມ ແລະ ILO ເອົາໃຈໃສ່ສ້າງເງື່ອນໄຂຊ່ວຍເຫຼືອແຂວງ ໃນວຽກງານບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານຄຸ້ມຄອງບໍລິຫານ… ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ.

        ທ່ານ ຫງວຽນງອກບ໋າວ ປະທານສະຫະພັນສະຫະກອນ ຫວຽດນາມ ແລະ ທ່ານ Chang Hee Lee ຜູ້ອຳນວຍການ ILO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຈະຄົ້ນຄ້ວາການໜູນຊ່ວຍພັດທະນາບັນດາສະຫະກອນໃນໄລຍະຈະມາເຖິງ, ພິເສດແມ່ນໃນເຂດຊົນນະບົດ ແລະ ບັນດາແຂວງທາງພາກເໜືອ, ລະດົມ, ເຊື່ອມຕໍ່ບັນດາແຫຼ່ງກຳລັງ, ສ້າງກອງທຶນໜູນຊ່ວຍການພັດທະນາເພື່ອເປີດກ້ວາງຂອງຂະໜາດຂອງສະຫະກອນ ແລະ ທະວີຄູນບັນດາຮູບແບບທີ່ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ລົບລ້າງໄລຍະຫ່າງລະຫວ່າງ ຕົວເມືອງ ແລະ ຊົນນະບົດເປັນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ