ອີງໃສ່ແຫຼ່ງກຳລັງສັງຄົມເພື່ອພັດທະນາຄົມມະນາຄົມຂົນສົ່ງ

ອີງໃສ່ແຫຼ່ງກຳລັງສັງຄົມເພື່ອພັດທະນາຄົມມະນາຄົມຂົນສົ່ງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ການເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ຂອງ​ກະ​ຊວງ​ຄົມ​ມະ​ນາ​ຄົມ - ຂົນ​ສົ່ງ

(vovworld) - ຕອນ​ເຊົ້າ​ວັນ​ທີ 16/3, ທີ່​ສ​ຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ຂອງ​ກະ​ຊວງ​ຄົມ​ມະ​ນາ​ຄົມ - ຂົນ​ສົ່ງ ເພື່ອ​ແນ​ໃສ່​ແກ້​ໄຂ​ບາງ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ກະ​ຊວງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊ​ີ້​ແຈ້ງວ່າ, ຕ້ອງ​ຊອກ​ຫາ​ທຸກ​​ມາດ​ຕະ​ການ​ພັດ​ທະ​ນາ​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ບໍ່ປະ​ໃຫ້​ຄວາມ​ຫຍຸ້ງ​ຍາກ​ດ້ານ​ລາຍ​ຈ່​າຍ​ມາ​ສືບ​ຕໍ່​​ເຮັດ​ໃຫ້​​ມີ​ສິ່ງ​ຄົງ​ຄ້າງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ:

        “ຕ້ອງ​ອີງ​ໃສ່ປະ​ຊາ​ຊົນ, ອ​ີງ​​ໃສ່ແຫຼ່ງ​ກຳ​ລັງ​ຂອງ​ສັງ​ຄົມ​ເພື່ອ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ. ດັ່ງ​ນັ້ນ, ຫັນ​ແຫຼ່ງ​ກຳ​ລັງທຸກ​ຂັ້ນ​ຕອນ, ທຸກວິ​ທີ​ການ​ເປັນ​ຂອງ​ສັງ​ຄົມ. ລັດ​ໜູນ​ຊ່ວຍ, ສ້າງ​ກົນ​ໄກ, ລະ​ບອບ, ເງື່ອນ​ໄຂ​ເພື່ອ​ຫັນ​​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງເປັນຂອງສັງ​ຄົມ​​ໃຫ້​ສຳ​ເລັດ. ດັ່ງ​ນັ້ນ, ຕ້ອງ​ໝູນ​ໃຊ​້​ການ​ຫັນ​ເປັນ​​ຂອງສັງ​ຄົມ, ອ​ີງ​​ໃສ່ສັງ​ຄົມ ແລະ ບັນ​ດາ​ລະ​ບອບ​ລະ​ບຽບ​ການ​​ດ້ານການ​ເງິນ​ສາ​ກົນ.”


ຂ່າວ/ບົດ​ອື່ນ