ອີຍິບປະກາດເວລາດຳເນີນການເລືອກຕັ້ງສະພາແຫ່ງຊາດ

ອີຍິບປະກາດເວລາດຳເນີນການເລືອກຕັ້ງສະພາແຫ່ງຊາດ - ảnh 1
ທ່ານ​ປະທານາທິບໍດີ Abdel Fattah Al Sisi
(ພາບປະກອບ: Reuters)


(vovworld) – ວັນ​ທີ 30/08, ຄະນະ​ກຳມະການ​ເລືອກ​ຕັ້ງ​ອີ​ຍິບ ປະກາດ​ວ່າການ​ເລືອກ​ຕັ້ງ​ສະພາ​​ແຫ່ງຊາດ​ຂອງ​ປະ​ເທດ​ນີ້ ​ຈະດຳ​ເນີນ​​ແຕ່​ວັນ​ທີ 17/10 ຫາ​ວັນ​ທີ 02/12/2015. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ທຳ​ອິດ ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງນັບ​ແຕ່​​ເມື່ອ​ທ່ານ​ປະທານາທິບໍດີ Abdel Fattah Al Sisi ຮັບ​ດຳລົງ​ຕຳ​ແໜ່​ງ. ຕາມ​​ແຈ້ງ​ການ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ອີ​ຍິບ​ແລ້ວ, ​ໃນ​ການ​ເລືອກ​ຕັ້ງ​ເພື່ອ​ເລືອກ​ເຟັ້ນ​ສະມາຊິກ​ສະພາ​ແຫ່ງ​ຊາດ 568 ທ່ານ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ສ່ວນ​ໜຶ່ງ​ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ຈະ​​ໄປ​ປ່ອນ​ບັດ​ໃນ​ວັນ​ທີ 17/10. ຕາມ​ແຜນການກ່ອນ​ນັ້ນ, ການ​ເລືອກ​ຕັ້ງ​ຈະ​ຖືກ​ຈັດ​ຕັ້ງ​ໃນ​ຕົ້ນ​ປີ 2014, ​ແຕ່​ພັດຖືກ​ໂຈະ​ໄວ້​ເປັນ​ຫຼາຍຄັ້ງ.

ຂ່າວ/ບົດ​ອື່ນ