ອັດກອງປະຊຸມAIPA-35

ອັດກອງປະຊຸມAIPA-35 - ảnh 1
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊິງ​ຮ​ູ່ງ ເຂົ້າ​ຮ່ວມ​ພິ​ທີ​ໄຂ
(ພາບ: baomoi.com)

(​vovworld) – ຕອນ​ບ່າຍ​ວັນ​ທີ 19/9, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນຄັ້ງ​ທີ 35 (AIPA 35) ​ໄດ້​ອັດ​ລົງ​ຢ່າງ​ຈົບງາມ. ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 5 ວັນ, ບັນດາ​ປະ​ເທດ​ສະມາຊິກ AIPA 35 ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ໃນ​ຫຼາຍ​ບັນຫາ​ລວມກ່ຽວ​ກັບ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ. AIPA 35 ​ໄດ້​ອອກ​ແຈ້ງ​ການ​ຮ່ວມ​ໂດຍ​ຊີ້​ແຈ້ງວ່າ : ຊຸກຍູ້​ການ​ຮ່ວມ​ມື​ລັດຖະສະພາ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ເມືອງ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ບັນດາ​ປະ​ເທດ​ສະມາຊິກ AIPA​ ເພື່ອ​ໂຕ້​ຕອບ​ກັບ​ໂລກລະ​ບາດ Ebola , ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາພາຄີ​ເພື່ອ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກລະບາດ​ບໍ່​ຕິດ​ແປດ, ປັບປຸງ​ຊຸກຍູ້​ການ​ສອນ​ວິຊາ​ຊີບ; ຊຸກ​ຍູ້​ຍຸດ​ທະ​ສາດການ​ເຕີບ​ໂຕ ​ແລະ ພັດທະນາ​ຂຽວ​ໃນ​ອາ​ຊຽນ, ຊຸກຍູ້​ວິ​ສາ​ຫະກິດ.......
     ກ່ອນໜ້ານັ້ນຄື ຕອນ​ບ່າຍ​ວັນ​ທ​ີ 18/9, ຄະ​ນະກຳ​ມາ​ທິ​ການ​​ແຈ້ງ​ກາ​ນ​ຮ່ວມ​ຂອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫ​ວ່າງ​ຊ​າດ ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 35 (AIPA – 35) ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​​ໃສ່​ແຈ້ງການ​ຮ່ວ​ມ​ກ່ອນ​ທີ່​ຍື່​ນສະ​ເໜີ​ຮັບ​ຮອງ​ເອົາ​ທີ່​ວາ​ລະ​ອັດ​ກອງ​ປະ​ຊຸມ. ​ແຈ້ງ​ການ​ຮ່ວມ​ຊີ້​ແຈ້ງ​ບັນ​ດາ​ເນື້ອ​ໃນ​ຢ່າງ​ຄົບ​ຖ້ວນ, ເຊິ່ງ​ລວມ​ມີ​ການ​ສະ​ຫລຸບ​ບົດ​ກ່າວ​ປາ​ໄສ​ຂອງ​ບັນ​ດາ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ AIPA – 35 ທີ່ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 1, ບັນ​ດາ​ເນື້ອ​ໃນ​ປຶກ​ສາ​ຫາ​ລື ແລະ ມະ​ຕິ​ໄດ້​ຍົ​ກ​ອອກ​ມາ​ທີ່​ກຳ​ມາ​ທິ​ການ​ສະ​ມາ​ຊິກ​ສະ​ພ​າ​ແຫ່ງ​ຊາດ​ຍິງ AIPA, ກຳ​ມາ​ທິ​ການກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ເມືອງ, ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ, ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​​ການຈັດ​ຕັ້ງ, ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ. ມະ​ຕິ​ຂອງ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ຫາ​ການ​ເມືອງ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ຊ​ຽນ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວ​ີ​ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ການ​ເມືອງ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ການ​ຫັນ​ປະ​ຊາ​ຄົມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​​ການ​ເມືອງ (APSC) ໃນ​ປີ 2015 ປະ​ກົດ​ຜົນ​ເປັນ​ຈິງ. ​ພິ​ເສດ, ກຳ​ມາ​ທິ​ການ​ ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ຮຽກ​ຮ້ອງ​ໃຫ້​ທ​ຸກໆ​ຝ່າຍ​ກ່ຽວ​ຂ້ອງ​ລະ​ງັບ​ໃຈ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍສັນ​ຕິ​​ວິ​ທີ, ບໍ່​ນຳ​ໃຊ້​ອາ​ວຸດ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

 


ຂ່າວ/ບົດ​ອື່ນ