ອັດກອງປະຊຸມຄັ້ງທີ່ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ 11

ອັດກອງປະຊຸມຄັ້ງທີ່ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ 11 - ảnh 1
(ພາບ: http://nguyenphutrong.net)

 ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມຊຸດ​ທີ 11 ​ໄດ້​ອັດ​ລົງ​ໃນຕອນ​ເຊົ້າ​ວັນ​ທີ 31/12, ພາຍຫຼັງ​ເຮັດ​ວຽກ​ດ້ວຍ​ຄວາມຮີບ​ດ່ວນ, ​ເຂັ້ມງວດ, ມີ​ຈິດ​ໃຈ​ປ່ຽນ​ໃໝ່, ​ແທດ​ຈິງມາ​ເປັນ​ເວລາ 6 ວັນ. ກ່າວ​ປາ​ໄສ​ອັດ​ກອງ​ປະຊຸມ, ທ່ານ​ເລຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຊີ້​​ແຈງວ່າ: ກອງ​ປະຊຸມ​ໄດ້​ສະ​ແດງ​ນ້ຳ​ໃຈ​ຮັບຜິດ​ຊອບ​ສູງ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ສະຕິ​ປັນ​ຍາ, ປຶກສາ​ຫາລື​ຢ່າງກົງ​ໄປ​ກົງ​ມາ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ສຳຄັນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ບັນດາ​ແຜນ​ຮ່າງ, ບົດ​ລາຍ​ງານ. ກົມ​ການ​ເມືອ​ງ​ສູນ​ກາງ​ພັກໄດ້​ຮັບ​ຮູ້​ ​ແລະ ​ໃຫ້​ຄຳ​ຕອບ​ຕໍ່​ບັນດາ​ບັນຫາ​ທີ່​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ. ​ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ເຖິງ 2 ບັນຫາ, ນັ້ນ​ແມ່ນ​ປຸກ​ລະດົມ​ທຸກ​ໆ ​ແຫຼ່ງກຳລັງ​ເພື່ອ​ລົງທຶນ​ກໍ່ສ້າງ​ລະບົບ​​ໂຄງ​ປະກອບ​ໂຄງ​ລ່າງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໄລຍະ 2011 – 2020 ​ແລະ ບາງ​ບັນຫາ​ຮີບ​ດ່ວນ​​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ. ກ່ຽວກັບ​ການ​ລົງທຶນ​ກໍ່ສ້າງ​ລະບົບ​​ໂຄງ​ປະກອບ​ໂຄງ​ລ່າງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ເນັ້ນ​ໜັກ​ວ່າ:

“ທີ່​ກອງ​ປະຊຸມ, ຄະນະ​ບໍລິຫານ​ງານ​ສູນ​ກາງ​​ພັກໄດ້​ປະກາດ​ໃຊ້​ມະຕິ​ເພື່ອ​ ຊີ້​ນຳ, ນຳພາ ການພັດທະນາ​​ໂຄງ​ປະກອບ​ໂຄງ​ລ່າງ​ແຕ່​ນີ້​ຮອດ​ປີ 2020. ພັດທະນາ​ລະບົບ​ໂຄງ​ປະກອບ​ໂຄງ​ລ່າງ​ເສດຖະກິດ, ສັງຄົມ​ລະຫວ່າງ​ບັນດາ​ຂະ​ແໜງ​ການຢ່າງ​ຄົບ​ຊຸດ, ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ຂອບ​ຂະໜາດ​ທົ່ວ​ປະ​ເທດ​ເທື່ອ​ລະ​ກ້າວ. ມີ​ກົນ​ໄກ, ນະ​ໂຍບາຍ​ປຸກ​ລະ​ດົມ​ທຸກໆ​ແຫຼ່ງກຳລັງ​ຂອງ​ສັງຄົມ, ຮັບປະກັນ​ຜົນ​ປະ​ໂຫຍ​ດຢ່າງ​ເໝາະ​ສົມ ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ, ນັບ​ທັງ​ນັກ​ລົງທຶນ​ຕ່າງປະ​ເທດ ”

​ກ່ຽວ​ກັບ​ບາງບັນຫາ​ຮີບ​ດ່ວນ​ໃນ​ການກໍ່​ສ້າງ​ພັກ​ໃນ​ປະຈຸ​ບັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ຊີ້​ແຈງ​ວ່າ:

“ພັກ​ເຮົາ​ພວມ​ຍື່ນ​ຕໍ່ໜ້າ​ຫຼາຍ​ບັນຫາ​ໃໝ່​ຕ້ອງ​ໄດ້​ຮັບ​ການແກ້​ໄຂ, ມີຫຼາຍ​ວຽກ​ງານ​ສັບສົນ​ທີ່​ສຸດ. ​ໃນ​ສະພາບ​ການ​ນັ້ນ, ​ຖ້າ​ພັກ​​ເຮົາບໍ່​ໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ບໍ່​ເປັນ​ເອກະພາບ​ກັນຢ່າງ​ສູງ​ກ່ຽວ​ກັບ​ເຈດ​ຈຳນົງ, ການ​ກະທຳ.​​.​.​ ​​ແມ່ນບໍ່​ສາມາດ​ນຳພາ ​ແລະ ​ນຳ​ປະ​ເທດ​ຊາດສືບ​ຕໍ່​ກ້າວ​ຂຶ້ນ​​ໄດ້. ດັ່ງ​ນັ້ນ, ​ໃນຄັ້ງ​ນີ້​ສູນ​ກາງພັກຕັດ​ສິນ​ໃຈ​ຕ້ອງ​ສືບ​ຕໍ່​ດຳ​ເນີນ​ການປັບປຸງ, ກໍ່ສ້າງ​ພັກດ້ວຍ​ຈິດ​ໃຈ​ຕັ້ງໜ້າ ​ແລະ ໝັ້ນ​ຄົງ​ກ່ວາ, ​ແຂງ​ແຮງ​ກ່ວາ, ​ເພື່ອ​ແນ​ໃສ່​ສ້າງ​ບາດກ້າວ​ປ່ຽນ​ແປງ​ໃໝ່​ໃນ​ທຸກ​ດ້ານ, ສະກັດ​ກັ້ນ ​ແລະ ຍູ້​ການ​ເສື່ອ​ມທາດ​ຂາດ​ຄຸນຖອຍ​ໄປ​, ​ເພີ່ມ​ທະວີ​ສາຍ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ກັບ ປະຊາຊົນ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ຂອງ​ພັກ, ຖື​ນີ້​ແມ່ນ​ບັນຫາ​ເປັນຕາ​ຍຂອງ​ພັກ​ເຮົາ, ຂອງ​ລະບອບ​ເຮົາ”

ຂ່າວ/ບົດ​ອື່ນ