ອັດກອງປະຊຸມຄັ້ງທີ14ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸກທີ11

ອັດກອງປະຊຸມຄັ້ງທີ14ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸກທີ11 - ảnh 1
ອັດກອງປະຊຸມຄັ້ງທີ14ຄະນະບໍລິຫານງານສູນກາງ
ພັກກອມມູນິດຫວຽດນາມຊຸກທີ11
(ພາບ: HienHoa)

(vovworld) – ພາຍຫລັງ 3 ມື້​ແຫ່ງ​ການ​ເຮັດ​ວຽກ, ກອງ​ປະຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍລິ​ຫານ​ງານສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ​ ຊຸດ​ທີ 11 ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 13/01. ທ່ານ​ເລຂາທິການ​ໃຫຍ່ຄະ​ນະ​ບໍລິ​ຫານ​ງານສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ເປັນ​ປະທານ​ກ​ອງປະຊຸມ ​ແລະ ມີ​ບົດ​ກ່າວ​ປາ​ໄສສຳຄັນ​ຢືນຢັນ​ວ່າ: ກອງ​ປະຊຸມ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ, ປະຕິບັດສຳ​ເລັດ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ທົ່ວປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ.

        ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ສູງ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍລົງນາມ, ​ເຊັນ​ອະນຸມັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ລົງ​ນາມ, ​ເຂົ້າ​ຮ່ວມ​ບັນດາ​ສົນທິສັນຍາສາກົນ:

        “ສູນ​ກາງ​ຢືນຢັນ​ວ່າ: ກາລະ​ໂອກາດ​ເຊິ່ງສັນຍາ TPP ນຳ​ມາ​ໃຫ້ ຫວຽດນາມ ​ແມ່ນ​​ໃຫຍ່​ຫລວງ​ທີ່​ສຸດ. ​ແຕ່​ການ​ທ້າ​ທາຍ, ຄວາມ​ຫຍຸງ​ຍາກ​ກໍ່​ບໍ່​ແມ່ນ​ໜ້ອຍ. ​ແຕ່​ການ​ທ້າ​ທາຍ​ເຫຼົ່າ​ນັ້ນ ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ດ້ວຍ​ບົດຮຽນ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ໃຫມ່, ​ເຊື່ອມ​​ໂຍງ​ເສດຖະກິດ​ກັບ​ສາກົນ, ດ້ວຍ​ຄວາມ​ມານະ​ພະຍາຍາມ, ຫົວຄິດ​ປະດິດ​ສ້າງ ​ແລະ ຄວາມ​ຕັດ​ສິນ​ໃຈ​ສູງຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ຫວຽດນາມ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ, ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາມາດ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ກຳ​ແໜ້ນ​ກາລະ​ໂອກາດ​ໂດຍ​ສັນຍາ TPP ນຳ​ມາ​ໃຫ້ ​ເພື່ອ​ພັດທະນາ​ປະ​ເທດ ຫວຽດນາມ ຢ່າງ​ໄວ ​ແລະ ໝັ້ນຄົງ”.

        ຄະນະ​ບໍລິຫານ​ງານ​ສູນ​ກາງ​ມອບ​ໃຫ້​ຄະນະ​ກຳມະການ​ພັກ​ລັດຖະບານ​ຊີ້​ນຳ​ຄະນະ​ເຈລະຈາ ສືບ​ຕໍ່ພ້ອມ​ກັບ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ TPP ປະຕິບັດ​ສຳ​ເລັດ​ບັນດາ​ລະບຽບ​ການ ​ແລະ ລົງ​ນາມ​ໃນ​ສັນຍາ​ຢ່າງ​ເປັນ​ທາງການ​​ໃນ​ຕົ້ນ​ເດືອນ 2/2016.

        ກ່ຽວ​ກັບ​ເນື້ອ​ໃນກະກຽມ​ບຸກຄະລາ​ກອນ​ໃຫ້​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:

        “ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ປຶກສາ​ຫາລືຢ່າງ​ປະຊາທິປະ​ໄຕ, ກົງ​ໄປ​ກົງ​ມາ​, ມີ​ຄວາມ​ຮັບຜິດຊອບ ​ແລະ ລົງມະຕິ​ຮັບຮອງ​ເອົາ​ບຸກຄະລາ​ກອນ ​ແຕ່ງ​ຕັ້ງ​ເພີ່ມ​ເຕີມ​ກຳມະການ​ສູນ​ກາງ​ຊຸດ​ທີ 11 ບາງ​ທ່ານ ​ໃນ​ກໍລະນີ “ພິ​ເສດ” ສະໝັກ​ເລືອກ​ຕັ້ງ​ຄືນ​​ໃໝ່​ໃນ ຊຸດ​ທີ 12 ​ແລະ ບັນຊີ​ລາຍ​ຊື່​ແຕ່ງ​ຕັ້ງ​ບັນດາ​ສະຫາຍ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ບັນດາ​ຕຳ​ແໜ່​ງການ​ນຳ​ຫຼັກ​ແຫຼ່ງຂອງ​ພັກ ​ແລະ ລັດອາຍຸ​ການ​ຊຸດ​ທີ 12 ດ້ວຍ​ຈຳນວນ​ບັດ​ສະໜັບ​ສະ​ໜູນສູງ”.

        ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນຟູ​ຈ້ອງ ​ໃຫ້​ຮູ້​ວ່າ: ຄະນະ​ບໍລິຫານ​ງານ​ສູນ​ກາງ ກໍ່​ໄດ້​ປຶກສາ​ຫາ​ລື ​ແລະ ​ເປັນ​ເອກະພາບ​ສູງ​ກັບ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ຮ່າງ​ບັນຊີ​ລາຍ​ຊື່​ຄະນະ​ປະທານ, ຄະນະ​ເລຂາ ​ແລະ ຄະນະ​ກວດກາ​ຖານະ​ນິຕິບຸກຄົນ ຜູ້​ແທນ​ຂອງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ​: ກອງ​ປະຊຸມ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ ​ແລະ ການປະຕິບັດ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ທົ່ວປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ​ໄດ້​ສຳ​​ເລັດ​ໂດຍ​ພື້ນຖານ ຖືກ​ຕາມ​ຄາດໝາຍ, ຄວາມ​ຮຽກຮ້ອງ ​ແລະ ​ແຜນການ​ທີ່​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ