ອັດກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດອາຊຽນ (AMM Retreat)

ອັດກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດອາຊຽນ (AMM Retreat) - ảnh 1
ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດອາຊຽນ (AMM Retreat)
(ພາບ: giaoduc.net.vn)


(vovworld) – ກອງ​ປະຊຸ​ມວົງ​ແຄບ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ (AMM Retreat) ​ໄດ້​ອັດ​ລົງ​ຢູ່​ມາ​ເລ​ເຊຍ, ພາຍຫຼັງ​​ເຮັດ​ວຽກມາ​ເປັນ​ເວລາ 2 ວັນ (27 – 28/01). ທີ່​ກອງ​ປະຊຸມ, ບັນດາ​ປະ​ເທດ​ໄດ້​ເຫັນ​ດີ​ນຳກັນ​ວ່າ ປະຊາ​ຄົມ​ອາ​ຊຽນ ​ໄດ້​ຮັບ​ການສ້າງ​ຈັ້ງ​ຖືກ​ກັບ​ຈຸດ​​ເວລາ​ທີ່​​ໄດ້ວາງ​ອອກຄື​ວັນ​ທີ 31/12/2015, ຕ້ອງ​ມີ​ຄຳ​ໝັ້ນ​ສັນຍາ​ກາ​ນ​ເມືອງ​ຢ່າງ​ແຮ​ງກວ່າ ​ແລະ ລົງທຶນ​​ໃຫ້ແຫຼ່ງກຳລັງຢ່າງ​ເໝາະ​ສົມ​ກວ່າ; ຖື​ກາ​ນສົມ​ທົບ​ລະຫວ່າງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ອາ​ຊຽນ.

        ກ່ຽວ​ກັບ​ວິ​ໄສ​ທັດ​ອາ​ຊຽນ ພາຍຫຼັງ​ປີ 2015, ອາ​ຊຽນ ​ໄດ້​ສ້າງ​ຕັ້ງ​ກຸ່ມ​ຮັບ​ຜິດຊອບ​ຂັ້ນ​ສູງ​ພິ​ເສດຮຽບຮຽງ​ເອກະສານ​ວິ​ໄສ​ທັດ ພ້ອມ​ກັບ​ບັນດາ​ແຜນການ​ເຄື່ອນ​ໄຫວ​ໃຫ້​ແຕ່ລະ​ເສົ້າ​ຄ້ຳ​ໃນ​ປະຊາ​ຄົມ​ອາ​ຊຽນ ​ເພື່ອ​ແນ​ໃສ່​ວາງ​ອອກ​ການ​ກຳນົດ​ທິດ, ຄາດໝາຍ, ວິທີການ ​ແລະ ມາດ​ຕະການ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ອາ​ຊຽນ ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ​ແລະ ຮອບດ້ານ​ກວ່າ​ໃນ​ໄລຍະ 2016 – 2025.

        ​ເພື່​ອ​ເສີມ​ຂະຫຍາຍ​ບົດບາດ​​ໃຈກາງ​ຂອງ​ອາຊຽນ ​ໃນ​ການ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ບັນດາ​ລັດຖະມົນຕີ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ​່ພາຍ​ໃນ​ກຸ່ມ, ສາມັກຄີ ​ແລະ ​ເອກະ​ພາບ​ໃນ​ອາ​ຊຽນ, ສ້າງ​ພື້ນຖານ​ເພື່ອ​ຍົກ​ສູງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສຽງ​ເວົ້າ​ລວມກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

  ກ່ຽວ​ກັບ​ສະພາບ​ການ​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​ຂອງ​ບັນດາລັດຖະມົນຕີ​ອາ​ຊຽນ ກ່າວປະນາມ​ການ​ການກະທຳ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ໂຫດຮ້າຍ​ສາມາ​ນຂອງ​ບັນດາ​ອົງການ​ຫົວ​ຮຸນ​ແຮງ​ຢູ່​ອີ​ຮັກ ​ແລະ ຊີຣີ. ກ່ຽວ​ກັບ​ບັນ​ຫາທະ​ເລ​ຕາ​ເວັນ​ອອກ, ບັນດາ​ລັດຖະມົນຕີ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງ​ວົງ​ຕໍ່​ບັນດາ​ການ​ຜັນ​ແປ​ທີ່​ສັບສົນ​ຫວ່າງ​ແລ້ວ​ນີ້​ຢູ່​​ເຂດ​ທະ​ເລ, ​ໃນ​ນັ້ນ​ມີ​ການ​ສ້າງ​ບັນດາ​ເກາະ​ຫີນທີ່​ມີ​ຂອບ​ຂະໜາດ​ໃຫຍ່; ສະ​ເໜີ​ໃຫ້​ທຸກ​ຝ່າຍ​ຈົ່ງລະງັບ​ໃຈ, ບໍ່​ນຳ​ໃຊ້​ອາວຸດ ຫຼື​ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ.

        ທີ່​ກອງ​ປະຊຸມ​, ຄະນະ​ຜູ້​ແທນ​ຫວຽດນາມ​ ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ນຳ​ໜ້າ, ​ໄດ້​ມີ​ບັນດາ​ການ​ປະກອບ​ສ່ວນລະອຽດສຳຄັນທີ່​ກອງ​ປະຊຸມ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ອາ​ຊຽນ​ ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ​ຂອງ​ສະຫະ​ສະມາຄົມ ​ໃນ​ການ​ຮັບປະກັນ​ສັນຕິພາບ​ ​ແລະ ຄວາມ​ສະຫງົບ​ໃນພາກພື້ນ, ສຸມ​ໃສ່​ຫັນ​ບັນດາ​ມາດ​ຕະການ​ແກ້​ໄຂ​ເປັນ​ລະອຽດ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ DOC ຢ່າງ​ຄົບ​ຖ້ວນ​ ​ແລະ ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນມາດຕາ 5 ກ່ຽວ​ກັບ​ຄວາມ​ສະ​ງັບ​ໃຈ ​ແລະ ບໍ່​​ເຮັດ​ໃຫ້​ສະພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ; ຍູ້​ແຮງ​ການ​ເຈລະຈາ​ຢ່າງ​ແທດ​ຈິງ ​ເພື່ອ​ບັນ​ລຸ​ມະ​ມວນຂໍ້​ກຳນົດ COC ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ