ອັດກອງປະຊຸມສູນກາງ ຄັ້ງທີ 4 ຊຸດທີ 18 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ

ອັດກອງປະຊຸມສູນກາງ ຄັ້ງທີ 4 ຊຸດທີ 18 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ - ảnh 1
(ພາບປະກອບ)

(vovworld) – ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 4 ວັນ, ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 18 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ​ປັກ​ກິ​ງ. ນີ້​ແມ່ນ​ເທື່ອ​ທຳ​ອິດທີ່​ບັນຫາ​ຊຸກຍູ້​ການ​ຄຸ້ມ​ຄອງ​ປະ​ເທດ​ດ້ວຍກົດໝາຍ​ຢ່າງຮອບດ້ານ, ຫຼື​ເອີ້ນ​ວ່າ ” ຖືກົດໝາຍ​ເປັນ​ຫຼັກ​” ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ

ກອງ​ປະຊຸມ​ໄດ້​ອອກ​ແຈ້ງ​ການ​ດ້ວຍ 6 ໜ້າ​ທີ່​ຕົ້ນຕໍ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ວຽກ​ງານ ໃຊ້​ກົດໝາຍ​ເປັນ​ຫຼັກ. 6 ໜ້າ​ທີ່ນັ້ນ​ແມ່ນ: ປັບປຸງ​ລະບົບ​ກົດໝາຍ​ສັງຄົມ​ນິຍົມ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ຈີນ ​ໂດຍ​ຖື​ລັດຖະທຳ​ມະນູນ​ເປັນ​ຫຼັກ; ​ເພີ່ມ​ທະວີ​ປະຕິບັດ​ການ​ຄຸ້ມ​ຄອງ​ການ​ບໍລິຫານ​ຕາມ​ກົດໝາຍ, ຍູ້​ໄວ​ຄວາມ​ຄືບ​ໜ້າ​​ໃນ​ການກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ; ຮັບປະກັນ​ລະບົບ​ກົດໝາຍ​ຍຸຕິ​ທຳ, ​ເພີ່ມ​ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຕໍ່​ກົດໝາຍ​ຂອງ​ລັດ; ​ເພີ່ມ​ທະວີ​ການ​ໂຄສະນາ​ກ່ຽວ​ກັບຄວາມ​ສຳນຶກ ” ຖື​ກົດໝາຍ​ເປັນ​ຫຼັກ​” ​ເຖິງ​ທົ່ວ​ປວງ​ຊົນ, ຊຸກຍູ້​ການ​ກໍ່ສ້າງ​ສັງຄົມຖື​ກົດໝາຍ​ເປັນ​ຫຼັກ; ຍູ້​ແຮງ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ ຖືກົດໝາຍ​ເປັນ​ຫຼັກ; ​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່​ວຽກ​ງານ​ຊີ້​ນຳນຳພາ​ຂອງ​ພັກ​ໃນ​ການ​ຊຸກຍູ້​ການ​ຄຸ້ມ​ຄອງ​ລັດ​ຕາມ​ກົດໝາຍ​ຢ່າງຮອບດ້ານ

ຂ່າວ/ບົດ​ອື່ນ