ອັດ​ກອ​ງ​ປະ​ຊຸມ​ສະ​ພາ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຄັ້ງ​ທີ XI

(VOVWORLD) - ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ສະແດງໃຫ້ເຫັນນ້ຳໃຈສາມັກຄີຂອງ ສະຫະສະພາກາແດງ ແລະ ຊີກວົງເດືອນແດງຂອງບັນດາປະເທດໃນພາກພື້ນ.
ອັດ​ກອ​ງ​ປະ​ຊຸມ​ສະ​ພາ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຄັ້ງ​ທີ XI - ảnh 1ທ່ານນາງ ບຸ່ຍທິຮວ່າ, ປະທານສູນກາງສະພາກາແດງ ຫວຽດນາມ (ພາບ: ຄະນະຈັດຕັ້ງ)

ຕອນບ່າຍວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ສະພາກາແດງ ແລະ ຊີກວົງເດືອນແດງພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ XI, ຫົວຂໍ້ “ອາຊີ - ປາຊີຟິກ: ກຽມພ້ອມຮັບມືກັບໄພພິບັດ” ໄດ້ຈັດພິທີອັດກອງປະຊຸມ.

        ໃນກິດຈະກຳຕ່າງໆຂອງກອງປະຊຸມທີ່ດຳເນີນໃນ 4 ວັນຜ່ານມາ (ແຕ່ວັນທີ 20 – 23 ພະຈິກ), ບັນດາຜູ້ແທນໄດ້ພ້ອມກັນແລກປ່ຽນ, ເຫັນໄດ້ສິ່ງທ້າທາຍ ແລະ ກາລະໂອກາດ, ກໍຄືສະແດງຄວາມສົນໃຈຕໍ່ການກະກຽມຄວາມພ້ອມ ແລະ ປົກປ້ອງກຸ່ມຊຸມຊົນທີ່ມີຄວາມສ່ຽງ; ແບ່ງປັນກ່ຽວກັບສິ່ງທ້າທາຍ ແລະ ບົດຮຽນປະສົບການຕົວຈິງໃນການເຄື່ອນໄຫວມະນຸດສະທຳ ເພື່ອຊອກຫາວິທີສຳຜັດ  ແລະ ມາດຕະການໃໝ່ທີ່ມີຄວາມແທດເໝາະກວ່າ. ກ່າວຄຳເຫັນທີ່ພິທີອັດ, ທ່ານນາງ ບຸ່ຍທິຮວ່າ, ປະທານສູນກາງສະພາກາແດງ ຫວຽດນາມ ຢັ້ງຢືນວ່າ:

“ເຖິງແມ່ນວ່າບັນດາສິ່ງທ້າທາຍທີ່ພວກເຮົາປະເຊີນໜ້າບໍ່ແມ່ນໜ້ອຍ, ແຕ່ຖ້າເຄື່ອນໄຫວພ້ອມກັນ, ພວກເຮົາຈະມີກຳລັງແຮງເພີ່ມເຕີມເພື່ອສ້າງການປ່ຽນແປງທີ່ຕັ້ງໜ້າກວ່າ, ປະກອບສ່ວນເຂົ້າໃນການສ້າງພາກພື້ນ ອາຊີ - ປາຊີຟິກ ທີ່ເຊື່ອມໂຍງ ແລະ ໝັ້ນຄົງເຂັ້ມແຂງກວ່າ. ໜ້າທີ່ຂອງພວກເຮົາແມ່ນໝູນໃຊ້ຄວາມຮູ້ ແລະ ປະສົບການທີ່ຖອດຖອນມາໄດ້ ບວກກັບຈີນຕະຍາການໃໝ່, ຫົວຄິດປະດິດສ້າງ, ບັນດາສາຍພົວພັນຄູ່ຮ່ວມມືຈາກກອງປະຊຸມນີ້ ເພື່ອພ້ອມກັນມີຄວາມຮັບຜິດຊອບ ນຳເອົາເນື້ອໃນຖະແຫຼງການ ຮ່າໂນ້ຍ - 2023 ນີ້ ໃຫ້ກາຍເປັນການເຄື່ອນໄຫວທີ່ເປັນປະໂຫຍດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເປົ້າໝາຍທີ່ມີຄວາມສ່ຽງສູງຢູ່ແຕ່ລະປະເທດ ແລະ ພາກພື້ນ”.

        ທ່ານນາງ Maha al Barjas, ຮອງປະທານສະຫະສະພາກາແດງ ແລະ ຊີກວົງເດືອນແດງສາກົນ ຢັ້ງຢືນວ່າ ກອງປະຊຸມນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ສະແດງໃຫ້ເຫັນນ້ຳໃຈສາມັກຄີຂອງ ສະຫະສະພາກາແດງ ແລະ ຊີກວົງເດືອນແດງຂອງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ