ອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 14

(VOVWORLD) -ວາລະອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຖືກດຳເນີນໃນຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ພາຍຫຼັງເຮັດວຽກມາເປັນເວລາ 1 ເດືອນ.

ອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 14 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

(ພາບ: TTXVN)

ເຂົ້າຮ່ວມວາລະອັດກອງປະຊຸມມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈີນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບບັນດານັກປະວິວັດຜູ້ອາວຸໄສ, ບັນດາສະມາຊິກສະພາແຫ່ງຊາດ.

        ກ່າວຄຳເຫັນອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຊີ້ແຈ້ງວ່າ, ດ້ວຍຈິດໃຈປ່ຽນແປງໃໝ່, ສາມັກຄີ, ມີຫົວຄິດປະດິດສ້າງ, ກະທຳ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕັ້ງໜ້າປຶກສາຫາລື, ໂຕ້ວາທີ, ປະກອບຄຳເຫັນຫຼາຍຢ່າງເຂົ້າໃນວຽກງານສ້າງກົດໝາຍ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ.

        ບັນດາກົດໝາຍ, ມະຕິເຊິ່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຄັ້ງນີ້ ໄດ້ສ້າງພື້ນຖານນິຕິກຳ ແລະ ແມ່ນກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ ແລະ ເພີ່ມທະວີວຽກງານຫັນບັນດາສົນທິສັນຍາ, ຄຳໝັ້ນສັນຍາສາກົນເປັນກົດໝາຍພາຍໃນ, ເຊິ່ງຫວຽດນາມ ແມ່ນສະມາຊິກ, ຮັບໃຊ້ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງຂອງປະເທດຊາດ.

        ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກສະພາແຫ່ງຊາດໄດ້ໄຈ້ແຍກຢ່າງຮອບດ້ານ, ເລິກເຊິ່ງກ່ຽວກັບສະພາບການເສດຖະກິດ, ສັງຄົມ ປີ 2016 ແລະ ຊຸມເດືອນຕົ້ນປີ 2017. ເມື່ອຕີລາຄາກ່ຽວກັບບັດດາການປ່ຽນແປງໃໝ່ຂອງກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຊີ້ແຈ້ງວ່າ.

        “ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດສືບຕໍ່ມີບັນດາການປ່ຽນແປງໃໝ່, ປັບປຸງສຳຄັນ. ສະພາແຫ່ງຊາດໄດ້ຈັດລາຍການເຮັດວຽກຢ່າງເໝາະສົມກວ່າ, ສະຫງວນເວລາເໝາະສົມໃຫ້ເນື້ອໃນປຶກສາທີ່ຫໍປະຊຸມກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ, ສັງຄົມ ແລະ ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ. ບັນຍາກາດປຶກສາຫາລືທີ່ກອງປະຊຸມແມ່ນຟົດຟື້ນ, ກົງໄປກົງມາ, ຄຸນນະພາບຄຳກ່າວປາໄສກໍໄດ້ຮັບການຍົກສູງຂຶ້ນ, ສ້າງບັນຍາກາດເຮັດວຽກຢ່າງມີປະຊາທິປະໄຕ, ມີຄວາມຮັບຜິດຊອບ, ມີຈິດໃຈສ້າງສັນ”.

        ເມື່ອເຕື້ອງເຖິງໜ້າທີ່ຂອງສະມາຊິກສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີວ່າ.

        “ພາຍຫຼັງກອງປະຊຸມຄັ້ງນີ້, ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ຕັ້ງໜ້າເປັນເຈົ້າການກວ່າ ໃນວຽກງານສ້າງກົດໝາຍ, ຕິດຕາມກວດກາ, ຈັດຕັ້ງການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ, ຮັບຟັງຄວາມຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ; ຄົ້ນຄວ້າ, ຊອກຮູ້, ກຳແໜ້ນສະພາບຕົວຈິງຂອງຊີວິດສັງຄົມ ເພື່ອສ່ອງແສງ, ສະເໜີແນະຕໍ່ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຢ່າງທັນການ”.

        ໃນເວລາດຳເນີນກອງປະຊຸມ, ສະພາແຫ່ງຊາດກໍ່ໄດ້ດຳເນີນບາງການເຄື່ອນໄຫວພົວພັນກັບຕ່າງປະເທດທີ່ສຳຄັນ ເພື່ອແນໃສ່ເພີ່ມທະວີ ແລະ ເປີດກວ້າງການເຄື່ອນໄຫວກັບບັນດາລັດຖະສະພາປະເທດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ