ອັດກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກຄັ້ງ​ທີ6

ອັດກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກຄັ້ງ​ທີ6 - ảnh 1
(ປະລິຍາ​ເອກ ຮ່ວາງ​ຫວຽດ, ນັກ​ຊ່ຽວສານ​ຄົ້ນຄວ້າ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ)

(vovworld) – ຕອນ​ບ່າຍ​ວັນ​ທີ 18/11, ໄດ້​ອັດກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 6. ກ່ອນ​ໜ້ານັ້ນ​ໃນຕອນ​ເຊົ້າວັ​ນທີ 18/11, ຢູ່​ດ່າ​ນັ້ງ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ຄື: “ການ​ພົວພັນ​ກັບ​ສາກົນ ​ແລະ ຄວາມ​ເປັນ​ລະບຽບ​ນຽບຮ້ອຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ​ແລະ "ກົດ​ໝາຍ​ສາ​ກົນ: ດິນ​ຕໍ່​ແຜ່ນ, ມະ​ຫາ​ສະ​ໝຸດ ແລະ ເຂດ​ນ່ານ​ຟ້າ", ບັນດາ​ນັກຮຽນຮູ້​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ມີ 4 ປັດ​ໃຈ​ຕົ້ນ​ຕໍ່​ກໍ່​ຜົນ​ສະທ້ອນ​ເຖິງ​ສະ​ພາບ​ການທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ນັ້ນ​ແມ່ນ ການ​ປ່ຽນ​ແປງ​ໃນ​ການ​ຄິດ​ໄລ​ຂອງ​ບາງ​ປະ​ເທດ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ຝ່າຍ​ຕ່າງໆ; ການ​ເພີ່ມ​ທະ​ວີ​ລັດ​ທິຊົນ​ຊາດ​ຢູ່​ບາງ​ຝ່າຍ​​ມີ​ການຂັດ​ແຍ້​ງ; ການ​ແກ່ງ​ແຍ່ງ​ກໍ່​ຜົນ​ສະທ້ອນ ​ແລະ ​ເຕົ້າ​ໂຮມ​ກຳລັງ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ອະທິ​ບາຍ ​ແລະ ນຳ​ໃຊ້​ກົດໝາຍ​ສາກົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ນັກຮຽນ​ຮູ້​ຫຼາຍ​ທ່າ​ນຖື​ວ່າ, ການ​ເພີ່ມ​ຈຳນວນ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກຳລັງ​​ເຄິ່ງ​ການ​ທະຫານ, ກຳລັງ​ບໍ່​ສັງ​ກັດ​ລັດ​ຖະ​ບານ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່​ພາ​ໄປ​ເຖິງ​ບັນດາ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ນີ້. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ເລື່ອງ​ຈີນ ​ເປີດ​ກວ້າງ,                   ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ຢູ່​ບັນດາ​ດອນຫີນ​ຢູ່​ເຈື່ອງ​ຊາ ພວມ​ເຮັດ​ໃຫ້ ປ່ຽນ​ແປງ​ສະພາບ​ເດີມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ປະລິຍາ​ເອກ ຮ່ວາງ​ຫວຽດ, ​ອາ​ຈານ​ສອນ​ຢູ່​ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ​ໂຮ່ຈິ​ມິນ, ນັກ​ຊ່ຽວສານ​ຄົ້ນຄວ້າ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ​ໃຫ້​ຂໍ້​ສັງ​ເກດວ່າ.

        “ບັນດາ​​ເກາະ, ດອນ, ​ໂຄງ​​ສ້າງດ້ານ​ພູມ​ສາດຢູ່​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນ​ພຽງ​ແຕ່​ຫາດ​ດອນຫີນ ຫຼື ​ດອນ​ນ້ຳ​ຖ້ວມ, ​ແຕ່​ທັດ​ນະ​ນະ​ຂອງ​ຈີນ ​​ຖື​ວ່າ ​ເກະ​ໄດ້​ມີ​ຄົນ​ຢູ່ອາ​ໄສ ​ແລະ ມັນ​ຈະ​ມີ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ. ຖ​້າຫາກ​ຈີນ ບູ​ລະ​ນະຫາດ​ດອນ​ຫີນ​ນີ້ໄດ້, ​ເຂົາ​ເຈົ້າ​ຈະມີ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ​ແລະ ຈຸດໝາຍ​ຄອບ​​ງຳທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ໃຫຍ່​ຫຼວງທີ່​ສຸດ. ​ເມື່ອ​ເຂົາ​ເຈົ້າ​ບູ​ລະ​ນະ​ເກາະ​ດອນນີ້​ໄດ້, ​ເຂົາ​ເຈົ້າ​ຈະ​ກ້າວ​ໄປ​ເຖິງ​ການ​ຖະ​ແຫຼ​ງ​ປະ​ເທດເຂດປ້ອງ​ກັນ​ອາກາດຢູ່​ເຂດ​​ໝູ່​ເກາະເຈືອງ​ຊາ ​ແລະ ຮ່ວາງ​ຊາ.”

 

ຂ່າວ/ບົດ​ອື່ນ