ອັດງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາວເຜົ່າຈຳ - ນິງຖ້ວນ 2012

ອັດງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາວເຜົ່າຈຳ - ນິງຖ້ວນ 2012  - ảnh 1
ອັດ​ງານ​ບຸນວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ເຂດ​ເຜົ່າ​ຈຳ ​- ນິງຖ້ວນ 2012
(ພາບ: sggp.org.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 16/10, ຢູ່​​ວິຫານ Po Klaong Girai, ນະຄອນ​ຟາ​ນຣາງ, ທາ​ດຈ່າມ, ​ແຂວງ​ນິງຖ້ວນ, ​ໄດ້​ອັດ​ງານ​ບຸນວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ເຂດ​ເຜົ່າ​ຈຳ ​- ນິງຖ້ວນ 2012. ​ໃນ 5 ວັນ​ດຳ​ເນີນ, ງານ​ບຸນ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ງານ​ມະ​ໂຫລານ​ໂຄສະນາ, ​ວາງສະ​ແດງ, ນະ​ນຳ​ປື້​ມ; ສາຍຮູບ​ເງົາ​ເອກະສານ​ກ່ຽວ​ກັບ​ວັດທະນະທຳ​ຈຳ; ງານ​ວາງສະ​ແດງ - ​ແນະນຳ “ຈຸດ​ພົ້ນ​ເດັ່ນ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ”; ງານ​ວາງສະ​ແດງ​ຮູບ​ “ວົງ​ຄະນະ​ຍາດ​ບັນ​ເຜົ່າ​ຫວຽດນາມ”; ການ​ສຳ​ມະ​ນາ “ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ຈຳ”… ​ໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ, ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທພື້ນ​ເມືອງຳ​ອັນ​ດີງາມ, ​ໂຄສະນາ, ​ແນ​ະນຳ​ກ່ຽວ​ກັບ​ເຜົ່າ​ຈຳ. ງານ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ເຂດ​ເຜົ່າ​ຈຳ ​- ນິງຖ້ວນ 2012 ​ແມ່ນ​ການ​ເຄື່​ອນ​ໄຫວ​ຢ່າງ​ແທດ​ຈິງ​ເພື່ອຶປະກອບສ່ວນ​ເຂົ້າ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດທະນະທຳ​, ພັດທະນາ​ເສດຖະກິດ, ສັງຄົມ​ເຂດ​ເຜົ່າ​ຈຳ.

ຂ່າວ/ບົດ​ອື່ນ