ອັດຕາ​ສ່ວນ​ໄຟ​ຟ້າ​ແສງ​ຕາ​ເວັນ ແລະ ໄຟ​ຟ້າ​ແຮງ​ລົມ ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນໂດຍ​ໄວກ່​ວາ​ໝູ່ ຢູ່​ພາກ​ພື້ນ ໃນ​ປີ 2020

(VOVWORLD) -ຕາມກຸ່ມຄົ້ນຄ້ວາແລ້ວ, ນັບແຕ່ປີ 2019, ຫວຽດນາມ ໄດ້ລື່ນກາຍໄທກາຍເປັນປະເທດນຳໜ້າກ່ຽວກັບການນຳໃຊ້ໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມຢູ່ພາກພື້ນ ອາຊຽນ.
ອັດຕາ​ສ່ວນ​ໄຟ​ຟ້າ​ແສງ​ຕາ​ເວັນ ແລະ ໄຟ​ຟ້າ​ແຮງ​ລົມ ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນໂດຍ​ໄວກ່​ວາ​ໝູ່ ຢູ່​ພາກ​ພື້ນ ໃນ​ປີ 2020 - ảnh 1Tuabin ໄຟຟ້າໄດ້ຮັບການສ້າງຕັ້ງຢູ່ ກາເມົາ (ພາບ: TTXVN)

ຕາມການຄົ້ນຄ້ວາຫຼ້າສຸດ ໂດຍບັນດານັກຊ່ຽວຊານສາກົນ ຂຶ້ນກັບໂຄງການຄົ້ນຄ້ວາ ຈຸດສຸມກ່ຽວກັບພະລັງງານຜະລິດຄືນໃໝ່ ສັງກັດ ມະຫາວິທະຍາໄລ ແຫ່ງຊາດ ອົດສະຕາລີ, ສູນພະລັງງານ ອາຊຽນ, ສະຖາບັນການທູດ ນອກແວ ແລະ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຮ່າໂນ້ຍ ປະຕິບັດ ໄດ້ໃຫ້ເຫັນວ່າ ອັດຕາສ່ວນ ໄຟຟ້າແສງຕາເວັນ ແລະ ແຮງລົມ ໃນໂຄງປະກອບໄຟຟ້າ ຢູ່ ຫວຽດນາມ ໃນປີ 2020 ເພີ່ມຂຶ້ນສູງກ່ວາຫຼາຍເທົ່າເມື່ອທຽບໃສ່ກັບລະດັບຄວາມໄວທີ່ບັນລຸໄດ້ໃນພາກພື້ນ ອາຊີ - ປາຊີຟິກ ເວົ້າລວມ ແລະ ໃນທົ່ວໂລກ.

ຕາມກຸ່ມຄົ້ນຄ້ວາແລ້ວ, ນັບແຕ່ປີ 2019, ຫວຽດນາມ ໄດ້ລື່ນກາຍໄທກາຍເປັນປະເທດນຳໜ້າກ່ຽວກັບການນຳໃຊ້ໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມຢູ່ພາກພື້ນ ອາຊຽນ.

ບົດລາຍງານການຄົ້ນຄ້ວາ ໃຫ້ຮູ້ວ່າ, ປີ 2020, ລະດັບການເຕີບໂຕ ກຳລັງການຜະລິດໄຟຟ້າແຮງລົມ ໄລ່ຕາມປີຂອງ ຫວຽດນາມ ແມ່ນ 70%, ໃນຂະນະນັ້ນບັນດາປະເທດ ອາຊຽນ ບໍ່ເປີດກວ້າງກຳລັງການຜະລິດໄຟຟ້າແຮງລົມ. ຫວຽດນາມ ກໍ່ແມ່ນປະເທດ ມີແຜນການພັດທະນາໄຟຟ້າແຮງລົມທີ່ມັກໃຫຍ່ໄຟສູງທີ່ສຸດໃນ ອາຊຽນ, ດ້ວຍເປົ້າໝາຍຄາດວ່າແມ່ນ 11.800 MW ກຳລັງການຜະລິດໄຟຟ້າແຮງລົມໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ