ອັດວາລະປະຊຸມຄັ້ງທີ35ຂອງຄະນະປະຈຳສະພາແຫ່ງຊາດ

ອັດວາລະປະຊຸມຄັ້ງທີ35ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ພາບ​ປ​ະ​ກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 27/2, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ອັດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 35, ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ, ກ່ອນ​ອັດ​ວາ​ລະ​ປະ​ຊຸມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ກັກ​ຂັງ​ຊົ່ວ​ຄາວ. ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ໃຫ້​ແກ່​ວຽກ​ງານ​ສ້າງ​ກົດ​ໝາຍ, ກ່າວ​ຄຳ​ເຫັນ​ອັດ​ວາ​ລະ​ປະ​ຊຸມ, ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ບັນ​ດາ​ອົງ​ການ​ຮຽບ​ຮຽງ ແລະ ກວ​ດ​ກາ​ສົມ​ທົບ​ກັນ​ຮັບ​ເອົາ​ຄຳ​ເຫັນ, ສຳ​ເລັດ​ບັນ​ດາ​ເນື້ອ​ໃນ​ໃຫ້​ແກ່ກອງ​ປະ​ຊຸມ​ຄັ້ງ​ຈະ​ມາ​ເຖິງ​ຂອງ​ສະ​ພາ​ແຫ່ງ​ຊາດ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃສ່​ໃຈ​ວ່າ: ໃນ​ເດືອນ 3 ຈະ​ມາ​ເຖິງ, ບັນ​ດາ​ອົງ​ການ​ຂອງ ສະ​ພາ​ແຫ່ງ​ຊາດ ຄວນ​ສຸມ​ໃສ່​ບັນ​ດາ​ວຽກ​ງານ​ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 ຈະ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ