ອັດວາລະປະຊຸມຄັ້ງທີ41ຂອງຄະນະປະຈຳສະພາແຫ່ງຊາດ

ອັດວາລະປະຊຸມຄັ້ງທີ41ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
(ວາລະ​ປະຊຸມ​ຄັ້ງ​ທີ 41 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ)

(vovworld) – ​ຕອນບ່າຍ​ວັນ​ທີ 25/09, ​ວາລະ​ປະຊຸມ​ຄັ້ງ​ທີ 41 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຖືກ​ອັດ​ລົງ, ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ສັບປະດາ. ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 7 ສະບັບ​, ​ໃນ​ນັ້ນ​ມີ​ຮ່າງ​ກົດ​ໝາຍ 3 ສະບັບ​ທີ່​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ຮັບຮອງ​ເອົານັ້ນ​ແມ່ນ: ປະມວນກົດໝາຍ​ອາຍາ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ພາສີ​ຂາ​ອອກ, ຂາ​ເຂົ້າ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍພົນ​ທະຫານ​ວິຊາ​ການ ​ແລະ ກຳມະກອນ, ພາລະ​ກອນ​ປ້ອງ​ກັນ​ປະ​ເທດ. ຄະນະ​ປະ​ຈຳສະພາ​ແຫ່ງ​ຊາດ​ກໍ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍງານ​ວຽກ​ງານ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ, ວຽກ​ງານ​ປ້ອງ​ກັນ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ອາດຊະຍາ​ກຳ ​ແລະ ລະ​ເມີດ​ກົດໝາຍ, ວຽກງານ​ປ້ອງ​ກັນ​ຕ້ານ​ກາ​ນສໍ້​ລາດ​ບັງ​ຫຼວງ​ປີ 2015. ກ່າວ​ຄຳ​ເຫັນ​ອັດວາລະປະຊຸມ​ຄັ້ງທີ 41, ທ່ານຮອງ​ປະທານສະພາ​ແຫ່ງ​ຊາດ ອວງຈຸ​ລິວ ສະ​ເໜີ​ໃຫ້​ບັນດາ​ອົງການ​ກ່ຽວ​ຂ້ອງ​ຕ້ອງ​ສົມທົບ​ກັນ​ສຳ​ຫຼວດກວດກາຄືນ​ບັນດາ​ເນື້ອ​ໃນ, ຮັບ​ເອົາ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ຮັບປະກັນ​ຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບບັນດາ​ຮ່າງ​ກົດໝາຍ, ຮ່າງ​ບົດ​ລາຍ​ງານທີ່​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 10 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ