ອົດສະຕາລີ, ອາເມລິກາ, ຍີ່ປຸ່ນ ຄັດຄ້ານບັນດາການກະທຳລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ

(VOVWORLD) -ບັນດາລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ, ອາເມລິກາ ແລະ ອົດສະຕາລີ ໄດ້ອອກຖະແຫຼງການວິໄສທັດລວມ 2022, ໃນນັ້ນ, ຄັດຄ້ານບັນດາການກະທຳ “ໄປຝືນກັບກົດໝາຍສາກົນ” ຢູ່ທະເລຕາເວັນອອກ
ອົດສະຕາລີ, ອາເມລິກາ, ຍີ່ປຸ່ນ ຄັດຄ້ານບັນດາການກະທຳລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ - ảnh 1ລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ, ອາເມລິກາ ແລະ ອົດສະຕາລີ
(ພາບ: The Jiji Press)

ທີ່ການພົບປະຢູ່ນອກເວທີປາໄສສົນທະນາ Shangri-La 2022, ເຊິ່ງພວມດຳເນີນຢູ່ ສິງກະໂປ, ບັນດາລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ, ອາເມລິກາ ແລະ ອົດສະຕາລີ ໄດ້ອອກຖະແຫຼງການວິໄສທັດລວມ 2022, ໃນນັ້ນ, ຄັດຄ້ານບັນດາການກະທຳ “ໄປຝືນກັບກົດໝາຍສາກົນ” ຢູ່ທະເລຕາເວັນອອກ, ໂດຍສະເພາະແມ່ນເນື້ອໃນທີ່ໄດ້ສ່ອງແສງໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປິ 1982.

        ຖະແຫຼງການໃຫ້ຮູ້ວ່າທີ່ການພົບປະຢູ່ ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Richard Marles, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Kishi Nobuo ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ຄັດຄ້ານທຸກຄວາມມານະພະຍາຍາມພຽງລຳພັງຝ່າຍດຽວໃດ ເພື່ອແນໃສ່ປ່ຽນແປງ ຫຼື ສົ່ງຜົນສະທ້ອນເຖິງສະພາບຢູ່ທະເລຕາເວັນອອກ ຜ່ານການຫັນໂຄງສ້າງພູມຊາດທີ່ຂັດແຍ້ງເປັນການທະຫານ ແລະ ບັນດາການກະທຳບິບບັງຄັບ ຫຼື ນາບຂູ່. 3 ປະເທດໄດ້ຢືນຢັນຄືນໃໝ່ຄຳຕັດສິນປີ 2016 ຂອງສານອະນຸຍາໂຕຕຸລາການ (PCA) ມີສຳນັກງານຕັ້ງຢູ່ ລາໄຮ (ໂຮນລັງ) ກ່ຽວກັບທະເລຕາເວັນອອກ “ແມ່ນສຸດທ້າຍ ແລະ ມີລັກສະນະຜູກມັດດ້ານນິຕິກຳສຳລັບບັນດາຝ່າຍຂັດແຍ້ງກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ