ອິດສະຣານແອນ ບຸກໂຈມຕີທາງອາກາດ ເຂດ ກາຊາ

ອິດສະຣານແອນ ບຸກໂຈມຕີທາງອາກາດ ເຂດ ກາຊາ - ảnh 1
(ພາບປະກອບ: Reuters)

(vovworld) - ​​ ວັນ​ທີ 21/04, ບັນດາ​ເຮືອບິນ​ສູ້ຮົບ​ອິດສຣາ​ແອນ ​ໄດ້​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃນ​ທົ່ວ​ເຂດ​ກາຊາ ​ເຮັດ​ໃຫ້​ຕຳ​ຫຼວດຂຶ້ນ​ກັບ​ຂະ​ບວນການ Hamas 2 ຄົນຖືກ​ບາດ​ເຈັບ. ຕາມ​ບັນດາຕົວ​ພະຍານ, ບັນດາ​ເຮືອບິນ​ສູ້​ຮົບ​ຂອງ​ອິດສຣາ​ແອນ ​ໄດ້​ບຸກ​ໂຈມ​ຕີ​ໃສ່ຖານ​ທີ່​ໝັ້ນ​ການ​ທະຫານ​ຂຶ້ນ​ກັບຝ່າຍ​ປະກອບ​ອາວຸດ Hamas ຢູ່​ນະຄອນ Khanyounis ທາງ​ພາກ​​ໃຕ້​ເຂດ​ກາຊາ. ການ​ບຸກ​ໂຈມ​ຕີອີກ 2 ຄັ້ງ​​ແນ​ໃສ່ຟາ​ມລ້ຽງສັດ ແລະ ​ເຂດ​ຕ່າງໆຢູ່​ນະຄອນ Nussairat ​ແລະ Dierl – Balah ຢູ່​ພາກ​ກາງ​ເຂດ​ກາຊາ. ພາຍ​ຫຼັງ​ເກີດ​ເຫດ​ບຸກ​ໂຈມ​ຕີທາງ​ອາກາດ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ Hamas ​ໄດ້​ຍົກ​ຍ້າຍອອກ​ຈາກ​ຖານ​ທີ່​ໝັ້ນ.

        ບັນດາ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວ ​ເກີດ​ຂຶ້ນ​ພາຍຫຼັງພຽງ 2 – 3 ຊົ່ວ​ໂມງ ທີ່​ອິດສຣານ​ແອນ ຖະ​ແຫຼ​ງມີ​ລູກ​ຈະ​ຫຼວດ 6 ໜ່ວຍ​ໄດ້​ຍິງ​ຈາກ​ເຂດ​ກາຊາ ​ເຂົ້າ​ເຂດ​ດິນ​ແດນ​ຂອງ​ປະ​ເທດ​ນີ້. ​ແຕ່​ວ່າ, ບໍ່​ມີ​ກຸ່ມ​ປະກອບ​ອາວຸດ​ຂອງ​ອິສຣາ​ແອນ​ ​ໃດກ່າວ​ຮັບຜິດຊອບ​ດຳ​ເນີນ​ການ​ບຸກ​ໂຈມຕີ​ດັ່ງກ່າວ. ​ແລະກໍ່ໃນ​ວັນ​ທີ 21/04, ​ໂຄສົກ​ກອງ​ທັບ​ອິດສຣາ​ແອນ ​ໃຫ້​ຮູ້​ວ່າ, ກຸ່ມ​ທະຫານ​ລາດ​ຕາ​ເວັນກຸ່ມ 1 ຖືກ​ພວກ​ມື​ປືນ​ ປາ​ແລດ​ສຕິນ ຍິງ​ຢູ່ໃກ້​ກັບ​ຮົ້ວ​ລະຫວ່າງ​ເຂດ​ກາຊາ ​ແລະ ອິດສຣາ​ແອນ.

ຂ່າວ/ບົດ​ອື່ນ